ຄວາມເຄັ່ງຕຶງດ້ານການຄ້າໃໝ່ລະຫວ່າງຈີນແລະອາເມລິກາ

(VOVWORLD) -ວັນທີ 14 ກັນຍາ, ໂຄສົກກະຊວງການຄ້າຈີນ (MOC) ກາວເຟິງ ຢືນຢັນວ່າ, ຈີນ ຄັດຄ້ານຢ່າງແຮງຕໍ່ທຸກການກະທຳອາລັກຂາການຄ້າ ພາຍໃຕ້ຮູບການພິຈາລະນາບັນດາບັນຫາກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດໃນບັນດາໂຄງການລົງທຶນ.

ຄວາມເຄັ່ງຕຶງດ້ານການຄ້າໃໝ່ລະຫວ່າງຈີນແລະອາເມລິກາ - ảnh 1 ໂລໂກໂຮງງານຜະລິດຈິບ Lattice Semiconductor

(ພາບ:  REUTERS)

MOC ໄດ້ຍົກອອກປະຕິກິລິຍາດັ່ງກ່າວ ພາຍຫຼັງທີ່ຄະນະກຳມະການກ່ຽວກັບການລົງທຶນຕ່າງປະເທດປະຈຳອາເມລິກາ (CFIUS) ອອກຄຳຕັດສິນຄັດຄ້ານເລື່ອງ ວິສາຫະກິດແຫ່ງໜຶ່ງຂອງຈີນ ຊື້ໂຮງງານຜະລິດ ຈິບ Lattice Semiconductor ຍ້ອຍມີຄວາມວິຕົກກັງວົນວ່າ ການຊື້ຂາຍນີ້ແມ່ນຊ້ອນແຝງໄພນາບຂູ່ເຖິງຄວາມໝັ້ນຄົງແຫ່ງຊາດຂອງອາເມລິກາ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ ກາວເຟິງ ເນັ້ນໜັກວ່າ, ຈີນ ມີຄວາມວິຕົກກັງວົນທີ່ສຸດຕໍ່ຄຳຕັດສິນຂອງອາເມລິກາ. ແຕ່ລະປະເທດລ້ວນແຕ່ມີສິດສືບສວນການເຄື່ອນໄຫວລົງທຶນຢູ່ຕ່າງປະເທດໃນບັນດາຂົງເຂດສະດຸ້ງໄວ້ຢ່າງລະອຽດ, ແຕ່ສິດອຳນາດນັ້ນບໍ່ຄວນນຳໃຊ້ໃນບົດບາດເຄື່ອງມືຮັບໃຊ້ຈຸດປະສົງຜັນຂະຫຍາຍລັດທິອາລັກຂາ.

        ກ່ອນໜ້ານັ້ນ, ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Donald Trump ບໍ່ອະນຸຍາດໃຫ້ກອງທຶນ Canyon Bridge ຂອງຈີນ ຊື້ຄືນບໍລິສັດ Lattice Semiconductor ຍ້ອນຖືນີ້ວ່າ ແມ່ນໄພນາບຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ