ຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງເຫດນັກສືບ Skripal

(VOVWORLD) - ວັນທີ 06 ກັນຍາ, ໂຄສົກຂອງນາຍົກລັດຖະມົນຕີ ອັງກິດ ໃຫ້ຮູ້ວ່າ:
 ຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງເຫດນັກສືບ Skripal - ảnh 1 ນັກສືບຊາວ ລັດເຊຍ Sergei Skripal ແລະ ລູກສາວ Yulia (ພາບ: BBC)

ປະເທດນີ້ໄດ້ຍື່ນສະເໜີຕໍ່ສະພາຄວາໝັ້ນຄົງສະຫະປະຊາຊາດບັນດາພະຍານຫຼັກຖານທີ່ກ່ຽວຂ້ອງເຖິງເຫດວາງຢາເບື່ອອະດີດນັກສືບຊາວ ລັດເຊຍ Sergei Skripal ແລະ ລູກສາວ Yulia ຢູ່ Salisbury (ອັງກິດ) ເມື່ອເດືອນ ມີນາ ຜ່ານມາ.

        ກ່ຽວຂ້ອງເຖິງເຫດການນີ້, ວັນທີ 05 ກັນຍາ, ບັນດາເຈົ້າໜ້າທີ່ໄອຍະການ ອັງກິດ ໄດ້ປະກາດວ່າ ມີພະຍານຫຼັກຖານຄົບຖ້ວນເພື່ອຜູກໂທດພົນລະເມືອງລັດເຊຍ 2 ຄົນ ນັ້ນແມ່ນ Alexander Petrov ແລະ Ruslan Boshirov ທີ່ມີກົນອຸບາຍຄາດຕະກຳນັກສືບ Skripal ແລະ ລູກສາວຢູ່ ອັງກິດ. ປັດຈຸບັນ, ລອນດອນ ໄດ້ອອກຄຳສັ່ງຊອກຈັບຕົວ 2 ຄົນດັ່ງກ່າວທົ່ວເອີຣົບ. ເຈົ້າໜ້າທີ່ກຳລັງຕຳຫລວດຕ້ານການກໍ່ການຮ້າຍ ອັງກິດ ໃຫ້ຮູ້ວ່າ: 2 ຄົນຖືກສົງໄສນັ້ນ ຢູ່ໃນເກນອາຍຸ 40 ປີ, ນຳໃຊ້ໜັງສືຜ່ານແດນ ລັດເຊຍ ເມື່ອໄປມາ.

ຕອບກັບ

ຂ່າວ/ບົດ​ອື່ນ