ຄວາມເຄັ່ງຕຶງທາງການທູດຄັ້ງໃໝ່ ລະຫວ່າງອິນເດຍ ແລະ ປາກິດສຖານ

ຄວາມເຄັ່ງຕຶງທາງການທູດຄັ້ງໃໝ່ ລະຫວ່າງອິນເດຍ ແລະ ປາກິດສຖານ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດອິນ​ເດຍ Khurshid
(ພາບ: Livenewz)


(vovworld) - ການ​ພົວພັນ​ລະຫວ່າງ​ປາ​ກິດສຖານ ​ແລະ ອິນ​ເດຍ ຫາ​ກໍ​ປະກົດ​ສັນຍານ​ເຄັ່ງ​ຕຶງ​ໃໝ່ ​ເມື່ອວັນ​ທີ 04/06, ອິດສລາມ​ມາ​ບາດ ຮຽກ​ຕົວ​ເຈົ້າ​ໜ້າ​ທີ່​ການ​ທູດ​ອິນ​ເດຍທ່ານ​ໜຶ່ງມາ ​ເພື່ອ​ຄັດຄ້ານ​ເລື່ອງ​​ເຈົ້າ​ໜ້າ​ທີ່​ການ​ທູດ​ທ່ານ​ໜຶ່ງ​ຂອງ​ປາ​ກິດສຖານ ພ້ອມ​ກັບ​ຜູ້​ຂັບ​ລົດຖືກ 2 ຄົນ​ບຸກ​​ໂຈມ​ຕີ​ຢູ່​ນະຄອນຫຼວງ ນິວ​ເດ​ລີ. ອິດສລາມ​ມາ​ບາດ ​ໄດ້​ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ອິນ​ເດຍ ​ເປີດ​ການ​ສືບສວນ​ຢ່າ​ງຍຸດຕິ​ທຳ ​ແລະ ຮອບດ້ານໃນ​ທັນ​ທີ່ ​ເພື່ອ​ລົງ​​ໂທດບັນດາ​ຜູ້​ບຸກ​ໂຈມ​ຕີ​ເຈົ້າ​ໜ້າ​ທີ່​ການ​ທູດ. ຝ່າຍປ​າກິດສຖານ ຖື​ວ່າ​ເຫດການ​ດັ່ງ​ກ່າວ​ແມ່ນ​ການລະ​ເມີດ​ສົນທິສັນຍາວຽນ ກ່ຽວ​ກັບ​ລະບອບ​ປົກ​ປ້ອງ​ບັນດາ​​ເຈົ້າ​ໜ້າ​ທີ່​ການ​ທູດ​ຢ່າງ​ຮ້າຍ​ແຮງ, ສະ​ນັ້ນຮຽກຮ້ອງ​ໃຫ້ ນິວ​ເດ​ລີ ​ຮັດ​ແໜ້ນ​ບັນດາມາດ​ຕະການ​ຮັບປະກັນຄວາມ​ປອດ​ໄພ​ໃຫ້​​ເຈົ້າ​ໜ້າ​ທີ່​ການ​ທູດ​ຂອງ​ຕົນ. ຕໍ່ໜ້າ​ຄວາມ​ວິຕົກ​ກັງ​ວົນ​ຂອງ​ທ່ານ​ລັດຖະມົນຕີ Jilani ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​​ການ​ທູດ​ປາ​ກິດສຖານ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດອິນ​ເດຍ Khurshid ຢືນຢັນ​ວ່າ ອຳນາດ​ການ​ປົກຄອງ​ອິນ​ເດຍ ຈະ​ຮັດ​ແໜ້ນ​ບັນ​ດາ​ມາດ​ຕະການປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອຫຼີກ​ລ້ຽງບໍ່​ໃຫ້ເຫດການ​ຄື​ດັ່ງກ່າວ​​ເກີດຂຶ້ນຄື​ນ​ໃໝ່.

ຂ່າວ/ບົດ​ອື່ນ