ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ຊາຍ​ແດນ ໄທ - ກຳ​ປູ​ເຈຍ: ອາ​ຊຽນ ລົງ​ມື​ແກ້​ໄຂ, ໄທ ຊ້ອມ​ຮົບ​ຍົກ​ຍ້າຍ​ປະ​ຊາ​ຊົນ

(VOVWORLD) - ຕອນບ່າຍວັນທີ 6 ມິຖຸນາ, ທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ, ປະທານ ອາຊຽນ ໄດ້ມີການປຶກສາຫາລືແບບທາງໄກໂດຍດ່ວນກັບທ່ານນາງນາຍົກລັດຖະມົນຕີ ໄທ ແພທອງທານ ຊິນນະວັດ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ກ່ຽວກັບການຂັດແຍ້ງກັນຢູ່ເຂດຊາຍແດນ ເຊິ່ງພວມເກີດຂຶ້ນລະຫວ່າງ ໄທ ແລະ ກຳປູເຈຍ. 
ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ຊາຍ​ແດນ ໄທ - ກຳ​ປູ​ເຈຍ: ອາ​ຊຽນ ລົງ​ມື​ແກ້​ໄຂ, ໄທ ຊ້ອມ​ຮົບ​ຍົກ​ຍ້າຍ​ປະ​ຊາ​ຊົນ - ảnh 1ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ປຶກສາຫາລືແບບທາງໄກກັບ ນາຍົກລັດຖະມົນຕີ ໄທ ແລະ ກຳປູເຈຍ ໃນວັນທີ 6 ມິຖຸນາ (ພາບ:  ສື່ສັງຄົມອອນໄລສ່ວນຕົວຂອງທ່ານ Anwar Ibrahim)

ການປຶກສາຫາລືໄດ້ດຳເນີນໃນຈຸດເວລາຈັດກອງປະຊຸມສຳຄັນຂອງຄະນະກຳມະການຊາຍແດນຮ່ວມ ກຳປູເຈຍ - ໄທ (JBC) ໃນກາງເດືອນນີ້. ເມື່ອແບ່ງປັນໃບຜ່ານສື່ສັງຄົມອອນໄລສ່ວນຕົວ, ທ່ານນາຍົກລັດຖະມົນຕີ ມາເລເຊຍ ຮຽກຮ້ອງໃຫ້ສອງຝ່າຍສືບຕໍ່ລະງັບໃຈ, ປະຕິບັດບັນດາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ມຸ່ງໄປເຖິງມາດຕະການສັນຕິພາບ ແລະ ຮອບດ້ານ. ທ່ານກໍສະແດງຄວາມເຊື່ອວ່າ ນ້ຳໃຈຮວມມືໃນພາກພື້ນ ແລະ ບັນດາຫຼັກການແກ້ໄຂການຂັດແຍ້ງສັນຕິພາບຂອງ ອາຊຽນ ຈະສວມບົດບາດເປັນພື້ນຖານອັນໝັ້ນແກ່ນ ໃນການແກ້ໄນຂຄວາມຂັດແຍ້ງກັນ. ສວ່ນທ່ານນາຍົກລັດຖະມົນຕີໄທ ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາຂອງ ໄທ ກ່ຽວກັບມາດຕະການສັນຕິພາບໂດຍຜ່ານບັນດາກົນໄກສອງຝ່າຍທີ່ພວມມີຢູ່, ພ້ອມທັງເດັດດ່ຽວປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຕາມບັນດາຂໍ້ກຳນົດກົດໝາຍນສາກົນ.

        ໃນຂະນະນັ້ນ, ກົມຄຸ້ມຄອງການປົກຄອງແຂວງ ຂຶ້ນກັບກະຊວງພາຍໃນ ໄທ ໄດ້ຢັ້ງຢືນວ່າ ປະເທດນີ້ພວມດຳເນີນການຊ້ອມຮົບຍົກຍ້າຍປະຊາຊົນຢູ່ 7 ແຂວງຊາຍແດນຕິດກັບ ກຳປູເຈຍ ເພື່ອແນໃສ່ກະກຽມໃຫ້ແກ່ກໍລະນີສຸກເສີນ.

ງອກຢຽບ, ນັກຂ່າວ VOV ປະຈຳ ໄທ

ຕອບກັບ

ຂ່າວ/ບົດ​ອື່ນ