ຄວາມເຄັ່ງຕຶງລະຫວ່າງ ຕວັກກີ ແລະ ເກຼັກ ສືບຕໍ່ເພີ່ມຂຶ້ນ

(VOVWORLD) - ວັນທີ 11 ມີນາ, ສື່ມວນຊົນ ຕວັກກີ ໄດ້ໃຫ້ຂ່າວວ່າ: ກະຊວງການຕ່າງປະເທດຂອງ ປະເທດນີ້ໄດ້ຮຽກຕົວທ່ານ Michael-Christos Diamessid ເອກອັກຄະລັດຖະທູດ ເກຼັກ ປະຈຳ ອານກາຣາ ມາເພື່ອແລກປ່ຽນກ່ຽວກັບ “ບັນດາເຫດການລ່ວງລະເມີດ” ເຂດທະເລ, ພ້ອມທັງກ່າວເຕືອນ ເກຼັກ ກ່ຽວກັບບັນດາກົມກອງທະຫານປ້ອງກັນຊາຍແດນຂອງປະເທດນີ້.
ຄວາມເຄັ່ງຕຶງລະຫວ່າງ ຕວັກກີ ແລະ ເກຼັກ ສືບຕໍ່ເພີ່ມຂຶ້ນ - ảnh 1 ຄວາມເຄັ່ງຕຶງລະຫວ່າງ ຕວັກກີ ແລະ ເກຼັກ ສືບຕໍ່ເພີ່ມຂຶ້ນ  (ພາບ: REUTERS/Marko Djurica)

        ກະຊວງການຕ່າງປະເທດ ຕວັກກີ ໄດ້ຮຽກຮ້ອງໃຫ້ ເກຼັກ “ຢຸດຕິບັນດາການລະເມີດເຂດທະເລຂອງ ຕວັກກີ”. ວົງການເຈົ້າໜ້າທີ່ ຕວັກກີ ກໍ່ຮຽກຮ້ອງໃຫ້ ເກຼັກ ຢຸດຕິເລື່ອງຈັບຕົວບັນດານັກຂ່າວຢູ່ເກາະ Rhodes ແລະ Lesbos, ບ່ອນທີ່ມີຫລາຍຄົນຂໍໄປລີ້ໄພເພື່ອດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ