ຄວາມເຄັ່ງຕຶງລະຫວ່າງ ອັງກິດ ແລະ ອີຣານເພີ່ມຂຶ້ນ

(VOVWORLD) -ທ່ານຮອງຫົວໜ້າຄະນະປະຕິບັດງານການຕ່າງປະເທດ ອັງກິດ ປະຈຳ ອີຣານ Giles Whitaker ແລະ ນັກການທູດບາງທ່ານອື່ນຂອງ ອັງກິດ ຖືກ IRGC ຈັບຕົວ
ຄວາມເຄັ່ງຕຶງລະຫວ່າງ ອັງກິດ ແລະ ອີຣານເພີ່ມຂຶ້ນ - ảnh 1ທ່ານຮອງຫົວໜ້າຄະນະປະຕິບັດງານການຕ່າງປະເທດ ອັງກິດ ປະຈຳ ອີຣານ Giles Whitaker
(ພາບ: News Sky)

ວັນທີ 06 ກໍລະກົດ, ກຳລັງພິທັກຮັກສາປະຕິວັດອິດສະລາມອີຣານ (IRGC) ປະກາດຄຼິບວີດີໂອຕອນໜຶ່ງໂດຍໃຫ້ຮູ້ວ່າ ທ່ານຮອງຫົວໜ້າຄະນະປະຕິບັດງານການຕ່າງປະເທດ ອັງກິດ ປະຈຳ ອີຣານ Giles Whitaker ແລະ ນັກການທູດບາງທ່ານອື່ນຂອງ ອັງກິດ ຖືກ IRGC ຈັບຕົວ, ດ້ວຍຄຳກ່າວຫາເຄື່ອນໄຫວ “ນັກສອດແນມ” ເມື່ອປະກົດຕົວຢູ່ໃກ້ກັບສະຖານທີ່ເຊິ່ງ ອີຣານ ພວມດຳເນີນການທົດລອງນິວເຄຼຍ.

        ສຳນັກຂ່າວສານເຄິ່ງທາງການ Fars ຂອງ ອີຣານ ໃຫ້ຂ່າວວ່າ ມີນັກການທູດ ອັງກິດ ທ່ານໜຶ່ງຖືກເນລະເທດອອກຈາກປະເທດນີ້. ເຖິງຢ່າງໃດກໍ່ຕາມ, ໂທລະພາບແຫ່ງລັດ ອີຣານ ໃຫ້ຂ່າວວ່າ ທ່ານ Whitaker ພວມຖືກເນລະເທດອອກຈາກ “ເຂດ” ເຊິ່ງບັນດານັກການທູດເຫຼົ່ານີ້ຖືກຈັບຕົວຢູ່ທາງພາກກາງ ອີຣານ.

        ປະຈຸບັນ, ຍັງບໍ່ທັນຮູ້ວ່າມີນັກການທູດຈັກທ່ານຖືກຈັບຕົວ, ກໍຄືເວລາເກີດເຫດການ. ເຖິງຢ່າງໃດກໍ່ຕາມ, ລັດຖະບານ ອັງກິດ ໄດ້ປະຕິເສດຂໍ້ມູນກ່ຽວກັບທ່ານຮອງຫົວໜ້າຄະນະປະຕິບັດງານການທູດ ອັງກິດ ປະຈຳ ອີຣານ Giles Whitaker, ຖືກຈັບຕົວຢູ່ ເຕເຮຣານ.

ຕອບກັບ

ຂ່າວ/ບົດ​ອື່ນ