ຄວາມເຄັ່ງຕຶງສືບຕໍ່ເກີດຂຶ້ນຢູ່ໄທ

ຄວາມເຄັ່ງຕຶງສືບຕໍ່ເກີດຂຶ້ນຢູ່ໄທ - ảnh 1
ຜູ້ແຫ່ຂະບວນປະທ້ວງຢູ່ສຳນັກງານກະຊວງພະລັງງານເມື່ອວັນທີ 27/11
(ພາບ:The Bangkok Post) 


(vovworld) – ວັນ​ທີ 29/11, ​ຜູ້ນຳ​ກຸ່ມ​ແຫ່​ຂະ​ບວນປະ​ທ້ວງ ສຸ​ເທບ ​ເທືອ​ກສຸບັນ ​ໄດ້​ຮຽກຮ້ອງ​ໃຫ້ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຄວບ​ຄຸມ​ບັນດາ​ຕຶກ​ອາຄານສຳນັກງານ​ລັດຖະບານ​ຄື: ສຳນັກງານ​ນາຍົກລັດຖະມົນຕີ, ອົງການ​ຕຳຫຼວດ​ແຫ່ງ​ຊາດ ​ແລະ ສຳນັກງານ​ບາງ​ກະຊວງ, ຂະ​ແໜງ​ການ​ໃນ 2 ວັນທ້າຍ​ອາທິດ​ເພື່ອ​ແນ​ໃສ່​ເພີ່ມ​ຄວາມ​ກົດ​ດັນ​ຕໍ່​ລັດຖະບານ​ຂອງ​ນາຍົກລັດຖະມົນຕີ. ຄາດ​ວ່າ​ຈະ​ມີ​ປະຊາຊົນ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ຕື່ມ​ອີກໃນ​ວັນ​ທີ  30/11 ​ແລະ 1/12. ຄວາມ​ສະຫງົບ​ໄດ້​ຮັບ​ການ​ຮັດ​ແໜ້ນ​ຢູ່​ນະຄອນຫຼວງ ບັງ​ກອກ ພາຍຫຼັງ​ການ​ກະທຳ​ນີ້.

    ວັນ​ທີ 29/11, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ບຸກ​ເຂົ້າ​ສຳນັກງານກອງທັບ​ລາຊະ​ອານາຈັກ ​ໄທ ຢູ່​ນະຄອນຫຼວງ ບັງ​ກອກ ​ແລະ ຮຽກ​ຮ້ອງ​ກອງທັບ​ສະໜັບສະໜູນ​ເຂົາ​ເຈົ້າ. ​ໃນ​ຂະນະ​ນັ້ນ, ຜູ້​ບັນຊາ​ການ​ທະຫານ​ບົກ ​ໄທ ຮຽກຮ້ອງ​ໃຫ້​ທຸກໆ​ຝ່າຍ​ກ່ຽວ​ຂ້ອງ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ​​ໃຫ້​ແກ່​ວິ​ກິດ​ການ​ຄື​ປະຈຸ​ບັນ​ຢ່າງ​ວ່ອງ​ໄວ.

    ​ກໍ່​ໃນ​ວັນ​ດຽວກັນ, ທ່ານ​ນາງ​ນາຍົກລັດຖະມົນຕີ ​ໄທ ຍິງຣັກ ຊິນ​ນະວັ​ດ ຖະ​ແຫຼ​ງວ່າ: ​ໄທ ຈະ​ບໍ່​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ​ເພື່ອ​ຢຸດຕິ​ກະ​ແສ​ຟອງ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ທີ່​ແກ່​ຍາວ​ເປັນ​ເວລາ 6 ວັນ​. ທ່ານ​ນາງ ຍິງຣັກ ຢັ້ງຢືນ​ວ່າ​: ລັດຖະບານຈະບໍ່ທໍ້​ຖອຍ​ໃຈ ​ແລະ ສືບ​ຕໍ່​ແຜນ​ນະ​ໄຍບາຍ​ເຈລະຈາ​ເພື່ອ​ບັນລຸ​ຂໍ້​ຕົກລົງ.

ຂ່າວ/ບົດ​ອື່ນ