ຄວາມ​ເປັນ​ເອ​ກະ​ລັກ​ຂອງ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ແຂວງ ຢາ​ລາຍ 2023

(VOVWORLD) - ໂດຍໄດ້ດຳເນີນແຕ່ວັນທີ 11 – 19 ພະຈິກ, ສັບປະດາວັດທະນະທຳ - ການທ່ອງທ່ຽວ ໄດ້ສິ້ນສຸດລົງຢ່າງຈົບງາມ, ສ້າງຂີດໝາຍທີ່ມີເປັນເອກະລັກໃຫ້ແກ່ປະຊາຊົນທ້ອງຖິ່ນ, ແຂກທ່ອງທ່ຽວຈາກທຸກສາລະທິດ ແລະ ເພື່ອນມິດສາກົນ.
ຄວາມ​ເປັນ​ເອ​ກະ​ລັກ​ຂອງ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ແຂວງ ຢາ​ລາຍ 2023 - ảnh 1ບັນຍາກາດຂອງພິທີໄຂ (ພາບ: TTXVN)

ວັນທີ 19 ພະຈິກ, ຢູ່ແຂວງ ຢາລາຍ, ຄະນະກຳມະການປະຊາຊົນແຂວງ ຢາລາຍ ໄດ້ຈັດພິທີອັດສັບປະດາວັດທະນະທຳ - ການທ່ອງທ່ຽວ ຢາລາຍ ປີ 2023. ໂດຍໄດ້ດຳເນີນແຕ່ວັນທີ 11 – 19 ພະຈິກ, ສັບປະດາວັດທະນະທຳ - ການທ່ອງທ່ຽວ ໄດ້ສິ້ນສຸດລົງຢ່າງຈົບງາມ, ສ້າງຂີດໝາຍທີ່ມີເປັນເອກະລັກໃຫ້ແກ່ປະຊາຊົນທ້ອງຖິ່ນ, ແຂກທ່ອງທ່ຽວຈາກທຸກສາລະທິດ ແລະ ເພື່ອນມິດສາກົນ.

ໃນສັບປະດາວັດທະນະທຳ - ການທ່ອງທ່ຽວ, ປະຊາຊົນ ແລະ ນັກສິລະປະການ 1.300 ຄົນ ທີ່ມາຈາກ 5 ແຂວງ ເຂດເຕິຍງວຽນ ໄດ້ຊ່ວຍໃຫ້ແຂກທ່ອງທ່ຽວມີການສຳຜັດທາງດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍຢູ່ເຂດດັ່ງກ່າວ. ບັນດາເຫດການຄື: ງານບຸນດອກຕາເວັນປ່າ ຈືດັງຢາ; ບຸນຊ່ວງເຮືອຢູ່ແມ່ນ້ຳ ໂປໂກ ຊີງຂັນ ອາແຊງ; ງານແຂ່ງຂັນແລ່ນ Gia Lai City Trail ດ້ວຍຫົວຂໍ້ “ຄວາມຝັນເຂດພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານ” ໄດ້ນຳມາເຊິ່ງການສຳຜັດທີ່ແທ້ຈິງທີ່ສຸດໃຫ້ແກ່ແຂກທ່ອງທ່ຽວ.

ທີ່ພິທີໄຂ, ຄະນະກຳມະການປະຊາຊົນແຂວງ ຢາລາຍ ໄດ້ມອບໃບຍ້ອງຍໍໃຫ້ 30 ໝູ່ຄະນະ ແລະ 30 ສ່ວນບຸກຄົນທີ່ບັນລຸໄດ້ຫຼາຍຜົນງານໃນວຽກງານການຈັດຕັ້ງ, ຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວສັບປະດາວັດທະນະທຳ - ການທ່ອງທ່ຽວແຂວງ ຢາລາຍ ປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ