ຄະນະFamtripສາກົນສຳຫລວດການທ່ອງທ່ຽວຢູ່ແຂວງບິ່ງທ້ວນ

ຄະນະFamtripສາກົນສຳຫລວດການທ່ອງທ່ຽວຢູ່ແຂວງບິ່ງທ້ວນ - ảnh 1
ເບົ່າຈັງ - ຮ່ວາທັງ ບິ່ງທ້ວນ (ພາບ: ngoclan)

(vovworld) – ​​​ ​ ຕອນ​ຄ່ຳ​ວັນ​ທີ 13/9, ສະຫະ​ສະມາຄົມທ່ອງທ່ຽວ​ແຂວງ ບິ່ງ​ທ້ວນ ​ໄດ້​ເຮັດ​ວຽກ ​ແລະ ​ພົບ​ປະ​ແລກປ່ຽນ​ກັບ​ຄະນະ Famtrip ສາກົນ ​ເຊິ່ງລວມມີ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ ​ແລະ ນັກ​ຂ່າວ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ຄື: ລັດ​ເຊຍ, ອັງກິດ, ອິນ​ເດຍ, ສ​ເກົາຫຼີ…​ການ​ເຄື່ອນ​ໄຫວ​ນີ້ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ແຂວງ ບິ່ງ​ທ້ວນ. ສະຫະ​ສະມາຄົມທ່ອງທ່ຽວ ບິ່ງ​ທ້ວນ ​ໄດ້​ແຈ້ງ​​ໃຫ້ຄະນະ​ຊາບ ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ສະພາບ​ການ​ພັດທະນາ​ການທ່ອງທ່ຽວ​ຂອງ​ທ້ອງ​ຖິ່ນ​ໃນ​ຊຸມ​ປີຜ່ານມາ. ​ໃນ 8 ​ເດືອນ​ປີ 2015, ຂະ​ແໜງທ່ອງທ່ຽວ ບິ່ງ​ທ້ວນ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 2,6 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ​ນັກ​ທ່ອງ​ທ່ຽວ​ສາກົນກ່ວາ 290.000 ​ເທື່ອ​ຄົນ. ​ໃນ​ລະຫວ່າງ​ວັນ​ທີ 12 – 14/9, ຄະນະ​ມາ​ຢ້ຽມຢາມ, ສຳ​ຫລວດ​ ​ແລະ ​ເຂົ້າ​ຮ່ວມ​​ບັນດາການ​ເຄື່ອນ​ໄຫວ​ທ່ອງທ່ຽວ​ຢູ່​ບາ​ງສະຖານ​ທີ່​ທ່ອງ​ທ່ຽວທີ່​ມີ​​ຊື່​ສຽງ​ຂອງ ບິ່ງ​ທ້ວນ ຄື: ຫາດ​ຊາຍ ໝຸຍ​ແນ໋, ​ເຂດ​ທ່ອງ​ທ່ຽວ ຕ່າ​ກູ໋, ​ເບົ່າ​ຈັ໋ງ.

 


ຂ່າວ/ບົດ​ອື່ນ