ຄະນະກຳມະການກວດກາພັກ, ກະຊວງປ້ອງກັນປະເທດລາວ ຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ

ຄະນະກຳມະການກວດກາພັກ, ກະຊວງປ້ອງກັນປະເທດລາວ ຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ - ảnh 1
ພົນ​ຈັດຕະວາ ສຸບັນ ຫຸ​ນນະ​ຈຳປາ ແລະ ທ່ານພົນ​ໂທ ​ໂງ​ຊວນ​ລີກ
(ພາບ: qdnd.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 13/6, ຢູ່ ຮ່າ​ໂນ້ຍ, ທ່ານພົນ​ໂທ ​ໂງ​ຊວນ​ລີກ, ຫົວໜ້າ​ກົມ​ໃໝ່​ການ​ເມືອງ​ກອງທັບ​ປະຊາຊົນ ຫວຽດນາມ, ​ໄດ້​ໃຫ້ກາ​ນຕ້ອນຮັບ ພົນ​ຈັດຕະວາ ສຸບັນ ຫຸ​ນນະ​ຈຳປາ, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ລາວ, ຫົວໜ້າຄະນະ​ກຳມະການ​ກວດກາ​ພັກ, ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ, ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, 2 ຝ່າຍ​ໄດ້​ແລກປ່ຽນ​ບາງ​ສະພາບ​ການ​ຢູ່​ແຕ່ລະ​ປະ​ເທດ, ພາກ​ພື້ນ ​ແລະ ​ໂລກ​ທີ່​ມີຜົນ​ສະທ້ອນ​ເຖິງ​ຄວາມ​ສະຫງົບ, ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢູ່ 2 ປະ​ເທດ. ພິ​ເສດ, 2 ຝ່າ​ຍ​ໄດ້​ແລກປ່ຽນ​ບົດຮຽນ​ໃນ​ການ​ດຳ​​ເນີນ​ວຽກ​ງານ​ກວດກາ​ພັກ​ໃນ​ກອງທັບ​ຢ່າງ​ເລິກ​ເຊິ່ງ, ພ້ອມ​ທັງ​ຢືນຢັນ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ກວດກາ​ພັກ​ໃນ​ການ​ສ້າງ​ກອງທັບ. ກ່ອນ​ໜ້າ​ນັ້ນ, ທ່ານ ພົນ​ຈັດຕະວາ ສຸບັນ ຫຸ​ນນະ​ຈຳປາ ມີ​ການ​ເຈລະຈາ​ກັບ​ທ່ານ ພົນ​ຕີ ຫງວຽນ​ກົ້ງ​ຮ່ວາ, ຮອງ​ຫົວໜ້າ​ຜູ້​ປະຈຳການ​ຄະນະ​ກຳມະການ​ກວດກາ​ຄະນະ​ພັກ​ທະຫານ​ສູນ​ກາງ.

ຂ່າວ/ບົດ​ອື່ນ