ຄະນະກຳມະການກວດກາສູນກາງຈັດຕັ້ງກອງປະຊຸມພິຈາລະນາ,ຄັດເລືອກການແຂ່ງຂັນ,ຍ້ອງຍໍ22ແຂວງຢູ່ພາກໃຕ້

ຄະນະກຳມະການກວດກາສູນກາງຈັດຕັ້ງກອງປະຊຸມພິຈາລະນາ,ຄັດເລືອກການແຂ່ງຂັນ,ຍ້ອງຍໍ22ແຂວງຢູ່ພາກໃຕ້ - ảnh 1
ກອງປະຊຸມຂອງສະພາແຂ່ງຂັນຍ້ອງຍໍສູນກາງ
ພາບ:internet


(vovworld)- ວັນ​ທີ 27/12, ຢູ່​ແຂວງ​ຊອກ​ຈັງ, ຄະນະ​ກຳມະການ​ກວດກາ​ສູນ​ກາງ​ຈັດ​ຕັ້ງ​ກ​ອງປະຊຸມ​ພິຈາລະນາ, ຄັດ​ເລືອກການ​ແຂ່ງຂັນ, ຍ້ອງຍໍ 22 ​ແຂວງ, ນະຄອນ ຢູ່​ພາກ​ໃຕ້. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຄະນະ​ກຳມະການ​ກວດກາ​ບັນດາ​ຄະນະ​ພັກ​ແຂວງ, ນະຄອນ ທົບ​ທວນຄືນ​ບັນດາ​ໝາກຜົນ​ການ​ເຄື່ອນ​ໄຫວ​ໃນ​ປີຜ່ານມາ ພ້ອມ​ກັນ​ແລກປ່ຽນ, ຖອດ​ຖອນ​ບົດຮຽນ​ໃນ​ວຽກ​ງານ​ກວດກາ, ຕິດ​ຕາມ​ກວດກາ ​ແລະ ​ສ​ະ​ເຫ​ນີຕໍ່​ສູນ​ກາງ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມການ​ກວດກາ​ທຸກ​ຂັ້ນ​ເພື່ອ​ໃຫ້​ສົມ​ກັບ​ບົດບາດ​ທີ່​ຕັ້ງ​ແມ່ນ​ອົງການ​ຫລັກ​ແຫ​ລ່ງຂອງ​ພັກ. ກອງ​ປະຊຸມ​ໄດ້​ຮັບ​ຟັງ​ຄະນະ​ກຳມະການ​ກວດກາ​ສູນ​ກາງ ລາຍ​ງານ​ໝາກຜົນ​ການຄາດ​ຄະເນການ​ພິຈາລະນາ​ແຂ່ງ​ຂັນ​ສຳລັບ​ຄະນະ​ກຳມະການ​ກວດກາ​ບັນດາ​ແຂວງ, ນະຄອນ.

 

ຂ່າວ/ບົດ​ອື່ນ