ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພົບປະກັບຜູ້ແທນ ແຂວງເທື່ອທຽນເຫ໋ວ

ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພົບປະກັບຜູ້ແທນ ແຂວງເທື່ອທຽນເຫ໋ວ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 14/01, ທີ່​ການ​ພົບ​ປະກັບ​ຄະນະ​ຜູ້​ແທນ​ຜູ້​ທີ່​ມີ​ອິດທິຜົນ​ຊື່​ສຽງ​ໃນ​ວົງ​ຄະນະ​ຍາດ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແຂວງ ​ເທື່ອ​ທຽງ​ເຫ໋ວ, ​ເນື່ອງ​ໃນ​ໂອກາດ​ທີ່​ຄະນະ​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາ​ດຫວຽດນາມ ​ເລ​ບ໋າ​ຈີ່​ງ ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ຄວາມ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ຊາວເຜົ່າ​ສ່ວນໜ້ອຍ​ແຂວງ​ເທື່ອ​ທຽນ​ເຫ໋ວ, ພ້ອມ​ທັງ​ປາດ​ຖະໜາ​ວ່າ ບັນດາຜູ້​ທີ່ມີ​ອິດ​ທິຜົນຊື່​ສຽງ​ໃນ​ວົງ​ຄະນະ​ຍາດຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແຂວງ ​ເທື່ອ​ທຽງ​ເຫ໋ວ ຈະສືບ​ຕໍ່​​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ພໍ່​ແມ່​ປະຊາຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ ອຳນາດ​ການ​ປົກຄອງ​ຂັ້ນ​ຮາກ​ຖານ, ຕັ້ງໜ້າໂຄສະນາ, ຂົນຂວາຍ​ໃຫ້​ພໍ່​ແມ່​ປະຊາຊົນ​ສ້າງ​ບ້ານ​ເກີດ​ເມືອງ​ນອນ​​ໃຫ້​ນັບ​ມື້​ນັບ​ຮັ່ງມີສວຍ​ງາມ, ​ເພີ່ມ​ທະວີ ​ແລະ ປັບປຸງ​ກຸ່ມ​ກ້ອນ​ມະຫາສາມັກຄີ​ທົ່ວ​ປວງ​ຊົ​ນທັງ​ຊາດ. ທີ່​ການ​ພົບ​ປະ, ບັນດາ​ຜູ້​ແທນ​ຊາວ​ຊົນ​ເຜົ່າ​ສ່ວນໜ້ອຍ​ແຂວງເທື່ອ​ທຽງ​ເຫ໋ວ ​ໃຫ້​ຮູ້​ວ່າ​, ມາ​ຮອດ​ປະຈຸ​ບັນ ຊາວ​ເຜົ່າ​ສ່ວນ​ໜ້ອຍ​ແຂວງເທື່ອ​ທຽງ​ເຫ໋ວ ກວ່າ 10.000 ຄົນ ​ໄດ້​ດຳລົງ​ຊີວິດ​ເປົນ​ປົກກະຕິ,  ນັກຮຽນຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ນັບ​ຮ້ອຍ​ຄົນ ໄດ້​ຮັບ​ການ​ບຳລຸງ​ສ້າງ​ຂັ້ນ​ມະຫາວິທະຍາ​ໄລ, ວິທະຍາ​ໄລ ​ແລະ ວິຊາ​ຊີບ​ຊັ້ນ​ກາງ.
ຂ່າວ/ບົດ​ອື່ນ