ຄະນະກຳມະການສາມັກຄີສາສະໜາຄຼິດຫວຽດນາມປະຕິບັດບົດບາດສາມັກຄີຊາວຄຼິດ

ຄະນະກຳມະການສາມັກຄີສາສະໜາຄຼິດຫວຽດນາມປະຕິບັດບົດບາດສາມັກຄີຊາວຄຼິດ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມກອງປະຊຸມໃຫຍ່

(vovworld) - ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ບັນດາ​ຊາວ​ຄຼິດ ຫວຽດນາມ ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຄັ້ງ​ທີ 6 ອາຍຸ​ການ 2013 - 2018  ຖືກ​ດຳ​ເນີນ​ການ​ຕອນ​ເຊົ້າ​ວັນ​ທີ 20/11, ຢູ່ ຮ່າ​ໂນ້ຍ. ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເ​ຈືອງ​ເຕີນ​ຊາງ ​ໄດ້​ເນັ້ນ​ໜັກ​ວ່າ: 30 ປີຜ່ານມາ, ນັບ​ແຕ່​ເມື່ອ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂື້ນ, ຄະນະ​ກຳມະການ​ສາມັກຄີ​ສາສະໜາ​ຄຼິດ ຫວຽດນາມ ​ໄດ້​ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ໃນ​ການ​ລິ​ເລີ່​ມ ​ແລະ ຂົນຂວາຍ​ກັນ, ພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ, ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ, ຮັກສາ​ຄວາມ​ສະຫງົບປອດໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ.​.​. ​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນອັນໃຫຍ່ຫຼວງ​ນັ້ນ​, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢັ້ງຢືນ​ວ່າ: ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່, ພັກ ​ແລະ ລັດ ສືບ​ຕໍ່​ເບິ່ງ​ແຍງ​ດູ​ແລ ​ແລະ ສ້າ​ງ​ເງື່ອນ​ໄຂ​ໃຫ້​​ບັນດາ​ສາສະໜາ​ເຄື່ອນ​ໄຫວ​ເພື່ອ​ການ​ພັດທະນາ​ລວມຂອງ​ປະ​ເທດ​ຊາດ:

    “​ແນວທາງ, ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ ​ແມ່ນ​ຍາມ​ໃດ​ກໍ່​ເຄົາລົບນັບຖື ​ແລະ ຮັບປະກັນ​ສິດ​ເສລີ​ໃນການ​ເຫຼື້ອມ​ໃສ, ​ເຊື່ອ​ຖື​ ຫຼື ບໍ່ເຫຼື້ອມໃສ, ເຊື່ອຖືສາສະໜາ​ໃຊອງປະຊາຊົນ. ພັກ ແລະ ລັດ ກໍ່ເອົາໃຈໃສ່ສ້າງເງື່ອນໄຂໃຫ້​ບັນດາ​ອົງການ​ສາສະໜາ​ເຄື່ອນໄຫວ​ຕາມ​ກົດບັດ, ກົດ​ລະບຽບ​ຂອງ​ອົງການ​ສາສະໜາ ​ແລະ ​ໄດ້​ຮັບ​ກາ​ນຮັບຮອງ​ຈາກ​ລັດ, ຖືກ​ກັບ​ຂໍ້​ກຳນົດ​ຂອງກົດໝາຍ. ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ, ຄຸນສົມບັດ​ອັນ​ດີ​ງານ​ຂອງ​ສາສະໜາ​ຕ່າງໆ, ພັກ ​ແລະ ລັດ​ປຸກ​ລະ​ດົ​ມບັນດາ​ອົງການ​ສາສະໜາ, ຜູ້​ມີ​ຍົດ​ຖະບັນດາສັກ, ສາ​ສະ​ນິກກະ​ຊົນ​ຢູ່​ໃນ​ສິນ​ກິນ​ໃນ​ທຳ, ​ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ສ້າງສາ​ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຕາມຄາດໝາຍກໍ່ສ້າງປະເທດຫວຽດນາມ ສັນຕິພາບ, ເອກະລາດ, ເອກະພາບ, ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ​, ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ.”

   

ຂ່າວ/ບົດ​ອື່ນ