ຄະນະກຳມະການແຫ່ງຊາດ APEC 2017 ຈັດວາລະປະຊຸມຄົບຄະນະ

ຄະນະກຳມະການແຫ່ງຊາດ APEC 2017 ຈັດວາລະປະຊຸມຄົບຄະນະ - ảnh 1
ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້​າມ​ບີ່ງ​ມິງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld) - ຕອນ​ເຊົ້າ​ວັນ​ທີ 21/12, ຢູ່​ສຳນັກງານ​ລັດຖະບານ, ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 6 ຂອງຄະນະ​ກຳມະການ​ແຫ່ງ​ຊາດ APEC 2017, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ, ປະທານຄະນະ​ກຳມະການ​ແຫ່ງ​ຊາດ APEC 2017. ກ່າວ​ຄວາມ​ເຫັນ​ຊີ້​ນຳ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ສະ​ເໜີ​ວ່າ ວາລະ​ປະຊຸມ​ຕ້ອງ​ສຸມ​ໃສ່​ເຮັດ​ແຈ້ງ​ບັນດາ​ວຽກ​ງານ​ທີ່​ໄດ້​ປະຕິບັດ​ສຳ​ເລັດ ກໍ່​ຄື​ບັນດາ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ ​ແລະ ບັນດາ​ບົດຮຽນ​ໃນ​ຕະຫຼອດ​ປີ​ແຫ່ງ​ການ​ກະກຽມ​ຜ່ານ​ມາ. ທ່ານ​ຮອງ​ນາຍົກລັດຖະມົນຕີຮຽກຮ້ອງ​ບັນດາ​ກະຊວງ, ອົງການ​ຈັດ​ຕັ້ງ ​ແລະ ​ແຂວງ, ນະຄອນ​ ທີ່​ເປັນ​ສະມາຊິກ​ຄະນະ​ກຳມະການ​ແຫ່ງ​ຊາດ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ກວ່າ​ອີກ​ໃນ​ການ​ຄົ້ນ​ຄ້ວາ, ຕີ​ລາຄາ​ສະພາບ​ການ ​ແລະ ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແນ​ໃສ່​ຮັບປະກັນ​ໃຫ້​ປີ APEC 2017 ສຳ​ເລັດ​ຜົນ​ໃນ​ທຸກ​ເນື້ອ​ໃນ, ພິທີການ, ວັດຖຸ, ພະລາທິການ, ການ​ໂຄສະນາ…

        ​ໃນ​ຕະຫຼອດ​ປີ 2017 ຈະ​ມີ​ການ​ເຄື່ອນ​ໄຫວ​ເກືອບ 200 ຢ່າງ, ​ໃນ​ນັ້ນ​ມີ​ສັບປະດາ​ຂັ້ນ​ສູງ, ​ເຊິ່ງຈັດ​ຕັ້ງ​ໃນ​ເດືອນ 11 ຢູ່​ດ່າ​ນັ້ງ. ປີ APEC 2017​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ສຸມ​ການ​ທູດ​ຂອງ​ຫວຽດນາມ​ໃນ​ໄລຍະ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ກັບ​ສາກົນ. ​ເດືອນ 3/2017, ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ APEC ຄັ້ງ​ທຳ​ອິດ (SOM1) ​ແລະ ​ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ​ຈະ​ດຳ​ເນີນ​ຢູ່​ນະຄອນ ຍາ​ຈາງ.

ຂ່າວ/ບົດ​ອື່ນ