ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ພົບປະກັບວົງການນັກຂ່າວ
ທ່ານຫງວຽນແທງເຊີນທີ່ການພົບປະກັບວົງການນັກຂ່າວ
(ພາບ:VOV)
(vovworld)- ກອງປະຊຸມສະຫລຸບ 10 ປີແຫ່ງການປະຕິບັດມະຕິເລກທີ 36/ມະຕິສູນກາງພັກຂອງກົມການເມືອງກ່ຽວກັບວຽກງານທີ່ມີຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈະຖືກຈດຂຶ້ນໃນວັນທີ 20-21/5 ຈະມາເຖິງຢູ່ຮ່າໂນ້ຍ. ນີ້ແມ່ນຂ່າວໄດ້ຍົກອອກມາທີ່ການພົບປະກັບວົງການນັກຂ່າວ ໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈັດຂຶ້ນໃນຕອນເຊົ້າວັນທີ 15/5. ກ່າວຄຳເຫັນນະທີ່ນີ້, ທ່ານຫງວຽນແທງເຊີນ, ຮອງລັດຖະມົນຕີການຕ່າງປະເທດ, ປະທານ ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ:
“ຂ້າພະເຈົ້າຖືວ່າ, ດ້ານດີທີ່ສຸດທີ່ພວກເຮົາເຮັດໄດ້ໃນໄລຍະຜ່ານມາແມ່ນໄດ້ປະກາດໃຊ້ກົນໄກ, ນະໂຍບາຍຈຳນວນ 1 ທີ່ຕອບສະໜອງຄວາມລໍຄອຍສວ່ນໃດສ່ວນໜຶ່ງຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ອົງການສື່ມວນຊົນໄດ້ປະກອບສ່ວນວິເຄາະ, ເຮັດແຈ້ງຄວາມຮັບຜິດຊອບຂອງລັດ, ລັດຖະບານ, ຂອງປະຊາຊົນພາຍໃນປະເທດທີ່ມີຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ແລະ ພວກເຮົາກໍ່ສ່ອງແສງອາລົມຈິດ, ຄວາມມຸ່ງຫວັງ ແລະ ຄວາມສາມາດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບປະເທດຊາດເພື່ອໃຫ້ພັກ, ລັດຖະບານ, ລັດໃຫ້ຂໍ້ສັງເກດຕີລາຄາ, ບົນພື້ນຖານນັ້ນຈະມີບັນດານະໂຍບາຍເໝາະສົມ “./.