ຄະ​ນະ​ກຳ​ມະ​ການ​ໂຕ້​ວາ​ທີປະ​ທາ​ນາ​ທິ​ບໍ​ດ​ີ ອາ​ເມ​ລິ​ກາ ຍົກ​ເລີກ​ການ​ໂຕ້​ວາ​ທີ​ຄັ້ງ​ທີ 2 ລະ​ຫວ່າງ ຜູ້​ສະ​ໝັກ​ເລືອ​ກ​ຕັ້ງ 2 ທ່ານ

(VOVWORLD) -CPD ຄາດວ່າຈະຈັດຕັ້ງການໂຕ້ວາທີຄັ້ງທີ 2 ລະຫວ່າງ 2 ທ່ານ ໃນວັນທີ 15 ຕຸລາ  ຜ່ານທາງອອນລາຍ. ເຖິງຢ່າງໃດກໍຕາມ, ທ່ານ Donald Trump ໄດ້ຖະແຫຼງວ່າ ຈະບໍ່ເຂົ້າຮ່ວມການໂຕ້ວາທີຕາມຮູບການດັ່ງກ່າວ. 

 ວັນທີ 9 ຕຸລາ, ຄະນະກຳມະການໂຕ້ວາທີປະທານາທິບໍດີ ອາເມລິກາ (CPD) ໄດ້ແຈ້ງໃຫ້ຊາບກ່ຽວກັບການຍົກເລີກການໂຕ້ວາທີຄັ້ງທີ 2 ເຊິ່ງຄາດວ່າຈະດຳເນີນໃນວັນທີ 15 ຕຸລາ ຈະມາເຖິງ ລະຫວ່າງ ຜູ້ສະໝັກເລືອກຕັ້ງປະທານາທິບໍດີ 2 ທ່ານ ຄືທ່ານປະທານາທິບໍດີ Donald Trump ສັງກັດພັກ ສາທາລະນະ ແລະ ທ່ານອະດີດຮອງປະທານາທິບໍດີ Joe Biden ສັງກັດພັກ ປະຊາທິປະໄຕ.

        ກ່ອນໜ້ານັ້ນ, CPD ຄາດວ່າຈະຈັດຕັ້ງການໂຕ້ວາທີຄັ້ງທີ 2 ລະຫວ່າງ 2 ທ່ານ ໃນວັນທີ 15 ຕຸລາ  ຜ່ານທາງອອນລາຍ. ເຖິງຢ່າງໃດກໍຕາມ, ທ່ານ Donald Trump ໄດ້ຖະແຫຼງວ່າ ຈະບໍ່ເຂົ້າຮ່ວມການໂຕ້ວາທີຕາມຮູບການດັ່ງກ່າວ. ຄາດວ່າ ການໂຕ້ວາທີຄັ້ງສຸດທ້າຍຂອງຜູ້ສະໝັກເລືອກຕັ້ງປະທານາທິບໍດີ 2 ທ່ານ ຈະດຳເນີນໃນວັນທີ 22 ຕຸລາ ຈະມາເຖິງຢູ່ Nashville, Tennessee.


ຕອບກັບ

ຂ່າວ/ບົດ​ອື່ນ