ຄະນະກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ, ເຮັດວຽກຢູ່ ເມກຊີໂກ ແລະ ໂກລົມເບຍ

ຄະນະກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ, ເຮັດວຽກຢູ່ ເມກຊີໂກ ແລະ ໂກລົມເບຍ - ảnh 1
ຄະນະ​ກຳມາທິການ​ການ​ຕ່າງປະ​ເທດ​
ສະພາ​ແຫ່ງ​ຊາດ​ຫວຽດນາມ ​ເຮັດ​ວຽກ​ຢູ່ ​ເມກ​ຊີ​ໂກ
(ພາບ: vietnamplus.vn)


(vovworld) - ​​ໃນ​ລະຫວ່າງວັນ​ທີ 3-6/12, ຄະນະ​ຜູ້​ແທນ​ກຳມາ​ທິການການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ​ໂດຍ​ທ່ານ​ຫົວໜ້າ​​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ເຈິ​ນວັນ​ຮັ່ງ ນຳ​ໜ້າ, ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ​ເມກ​ຊີ​ໂກ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ 2 ສະພາ​ແຫ່ງ​ຊາດກ່ວາ​ອີກ, ປະກອບສ່ວນ​ຊຸກຍູ້ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ, ການຮ່ວມ​ມືຮອບດ້ານ​ລະຫວ່າງ 2 ປະ​ເທດ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ. ທ່ານຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ເຈິ​ນວັນ​ຮັ່ງ  ​ແລະ ຄະນະ​ ໄດ້​ເຂົ້າ​ຢ້ຽມຄຳ​ນັບ​ທ່ານ​ຮອງ​ປະທານ​ສະພາ​ສູງ​ສະຫະພັນ ​ເມກ​ຊີ​ໂກ, ສະມາຊິກ​ສະພາ​ສູງ Jose Rosas Aispuro; ​ໄດ້​ເຈລະຈາ​ກັບ​ທ່ານ​ປະທານ​​ກຳມາ​ທິການ​ການ​ຕ່າງປະ​ເທດ ​ອາຊີ-​ປາຊີ​ຟິກ ສະພາ​ສູງ, ສະມາຊິກ​ສະພາ​ສູງ ທ່ານ Teofilo Torres Corzo; ຢ້ຽມຢາມ​ວາລະ​ປະຊຸມ​ຄົບ​ຄະນະ​ສະພາ​ຕຳ່​ສະຫະພັນ ​ເມກ​ຊີ​ໂກ; ​ເຮັດ​ວຽກ​ກັບ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ​ເມກ​ຊີ​ໂກ -ຫວຽດນາມ; ​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະ​ເທດCarlos de Icaza Gonzalez ​ແລະ ທ່ານ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ ​ເມກ​ຊີ​ໂກ (PT), ສະມາຊິກ​ລັດຖະສະພາ​ສະຫະພັນ Alberto Anaya Gutierrez. ທີ່​ບັນດາການ​ພົບ​ປະ ​ແລະ ​ເຮັດ​ວຽກ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ ​ຄວນ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ສິ້ນ​ສຸດ​ການ​ເຈລະຈາ ​ແລະ ມຸ່ງ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ ຊ້າ​ສຸດ​ແມ່ນໃນ​ເດືອນ 6/2015​. ຄຽງ​ຄ້າງ​ນັ້ນ, 2 ຝ່າຍ​ກໍ່​ຢືນຢັນ​ ຕັ້ງໜ້າ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່ການ​ສ້າງ​ຕັ້ງສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ 2 ປະ​ເທດ ​ແລະ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​​ແທດ​ຈິງຫຼາຍ​ຢ່າງ, ​ຍູ້​ແຮງການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ໃນ​​ໄລ​ຍະ​ຈະ​ມາ​ເຖິງ.

        ກ່ອນ​ທີ່​ຈະ​​ໄປຢ້ຽມຢາມ ​ເມກ​ຊີ​ໂກ, ຄະນະ​ໄດ້​ໄປ​ຢ້ຽມຢາມ ​ໂກ​ລົມ​ເບຍ ​ແລະ ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ສູງ Joe David Name ​ແລະ ທ່ານ​ປະທານ​ສະພາ​ຕຳ່ Fabio Raul Amin Saleme. ການ​ນຳ​ສະພາ​ແຫ່ງ​ຊາດ ​ໂກ​ລົມ​ເບຍ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຂອງ​ກິດຈະ​ການ​ປ່ຽນ​ໃໝ່​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ ​ລິ​ເລີ່​ມ ​ແລະ ນຳພາ, ພ້ອມ​ທັງ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮອບດ້ານ​ກັບ​ຫວຽດນາມ.


ຂ່າວ/ບົດ​ອື່ນ