ຄະນະກຳມາທິການປ້ອງກັນຊາດແລະປ້ອງກັນຄວາມສະຫງົບສະພາແຫ່ງຊາດຫວຽດນາມເຮັດວຽກຢູ່ເຢຍລະມັນ

ຄະນະກຳມາທິການປ້ອງກັນຊາດແລະປ້ອງກັນຄວາມສະຫງົບສະພາແຫ່ງຊາດຫວຽດນາມເຮັດວຽກຢູ່ເຢຍລະມັນ - ảnh 1
ຄະ​ນະ​ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ​ແລະ​ປ້ອງ​ກັນ​ຄວາມ​ສະ​ຫງົບ
​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ເຮັດ​ວຽກ​ຢູ່​ເຢຍ​ລະ​ມັນ
(ພາບ: Vietnam+)

(vovworld) - ​ໃນ​ລະ​ຫວ່າງວັນ​ທີ 01 – 04/06, ຄະ​ນະ​ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ​ແລະ​ ​ປ້ອງ​ກັນ​ສະ​ຫງົບ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດຍ​ທ່ານ ເຈີນ​ດິ່ງ​ຍ້າ, ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມາ​ທິ​ການ​ນຳ​ໜ້າ, ໄດ້​ມີ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່ Berlin, ປະ​ເທດ​ເຢຍ​ລະ​ມັນ. ຄະ​ນະ​ຜູ້​ແທນ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ຫະ​ພັ​ນ​ເຢຍ​ລະ​ມັນ, ທ່ານ​ນາງ Edelgard Bulmahn ແລະ ເຮັດ​ວ​ຽກ​ກັບ​ບາງ​​ກຳ​ມາ​ທິ​ການ​ສະ​ພາ​ແຫ່ງ​ຊາດ​ເຢຍ​ລະ​ມັນ ແລະ ຕຳ​ຫຼວດ Berlin. ທີິ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ແລກ​ປ່ຽນ​ຂ​ໍ້​ມູນ​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ; ສະ​ພາບ​ຄວາມ​ສະ​ຫງົບ​ປອດ​ໄພ​ສາ​ກົນ, ພາກ​ພື້ນ, ບັນ​ດາ​ສິ່ງ​ທ້​າ​ທ້າຍ​ທີ່​ພວມ​ວາງ​ອອກ ແລະ ນະ​ໂຍ​ບາຍ​ປ້ອງກ​ັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ, ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ​້ອງ ຕ້ອງ​ລະ​ງັບ​ໃຈ, ແກ້​ໄຂ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLODS) ​ປີ 1982.

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາງ Edelgard Bulmahn ໄດ້​ຕີ​ລາ​ຄາ​ສູງ​ຄ​ວາມ​ຕັດ​ສິນ​ໃຈ​ຢ່າງ​ຕັ້ງ​ໜ້າ​ຂອງ​ຫວຽດ​ນາມ ທີ່​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ; ປາດ​ຖະ​ໜາ​ວ່າ, ຫວຽດ​ນາມ ແລະ ເຢຍ​ລະ​ມັນ ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຊຸກ​ຍູ້​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ… ລະ​ຫວ່າງ 2 ປະ​ເທດ​ໃຫ້ເລິກ​ເຊິ່ງກວ່າ

ຂ່າວ/ບົດ​ອື່ນ