ຄະນະກຳມາທິການລະຫວ່າງລັດຖະບານອາຊຽນກ່ຽວກັບສິດທິມະນຸດໂຮມປະຊຸມຢູ່ຟີລິບປິນ


ຄະນະກຳມາທິການລະຫວ່າງລັດຖະບານອາຊຽນກ່ຽວກັບສິດທິມະນຸດໂຮມປະຊຸມຢູ່ຟີລິບປິນ - ảnh 1
(ພາບ​ປະ​ກອບ)

(vovworld)-  ວັນ​ທີ 16/9, ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າ​ງ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ອາ​ຊຽນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ (AICHR) ໄດ້​ເລີ່ມ​ດຳ​ເນີນກອງ​ປະ​ຊຸມ​ພິ​ເສດ​ເປັນ​ເວ​ລາ 2 ວັນ​ຢູ່​ນະ​ຄອນຫຼວງ ມາ​ນີ​ລາ ປະ​ເທດ​ຟີ​ລິບ​ປິນ. ນີ້​ແມ່ນ​ວາ​ລະ​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 6 ໃນ​ກອງ​ປະ​ຊຸມ​ຄັ້ງ​ຕ່າງໆ​ຂອງ AICHR ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ມາ​ເລ​ເຊຍ ໃນ​ຖາ​ນະ​ຕຳ​ແໜ່ງ​ເປັນ​ປະ​ທານ​ອາ​ຊຽນ​ປີ 2015. ທີ່​ການ​ປະ​ຊຸມ​ໃນ​ວັນ​ທີ 16 ແລະ 17/9, ບັນ​ດາ​ຜູ້​ແທນ​ໄດ້​ປຶກ​ສາ​ຫາ​ລື​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ບຸ​ລິ​ມະ​ສິດ AICHR 2014 / 2015 ແລະ ບັນ​ດາ​ການ​ຊີ້​ນຳ​ກ່ຽວ​ກັບ​ການ​ພົວ​ພັນ​ຂອງ AICHR ກັບ​ບັນ​ດາ​ອົງ​ການ​ສັງ​ຄົມ​ພົນ​ລະ​ເຮືອນ, ກໍ​ຄື​ບັນ​ດາ​ການ​ຄົ້ນ​ຄ້​ວາ​ຫົວ​ເລື່ອງ​ຂອງ AICHR…

ຂ່າວ/ບົດ​ອື່ນ