ຄະນະກຳມາທິການວັດທະນະທຳ ສັງຄົມ ສະພາແຫ່ງຊາດ ລາວ ຢ້ຽມຢາມຫວຽດນາມ.

  ຄະນະກຳມາທິການວັດທະນະທຳ ສັງຄົມ ສະພາແຫ່ງຊາດ ລາວ    ຢ້ຽມຢາມຫວຽດນາມ. - ảnh 1
ທ່ານນາງຕ່ອງທິຟອງ ຮອງປະທານສະພາແຫ່ງຊາດຫວຽນາມ ຕ້ອນຮັບ
ສຈ ດຣ ພອນເທບ ພົນເສນາ ປະທານກຳມາທິການວັດທະນະທຳ ສັງຄົມ ສະພາແຫ່ງຊາດລາວ
( ພາບ:tinmoi.com )

(vovworld) - ຕອນ​ບ່າຍ​ວັນ​ທີ 29/2 ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ ຕ່ອງ​ທິຟອງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ໃຫ້​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກຳມາ​ທິການ​ວັດທະນະທຳ ສັງຄົມ​ສະພາ​ແຫ່ງ​ຊາດ ລາວ ​ໂດຍ​​ສາດສະດາ​ຈານ ດອກ​ເຕີ ພອນ​ເທບ ພົນ​ເສນາ ປະທານ​ກຳມາ​ທິກ​ານວັດທະນະທຳ ສັງຄົມ ລາວ ນຳ​ຫນ້າທີ່ພວມ​ຢູ່ຢ້ຽມຢາມ​ຫວຽດນາມ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟອງ​ເນັ້ນ​ຫນັກ​ວ່າ: ຫວຽດນາມ ພ້ອມ​​ແລ້ວ​ທີ່​ຈະ​ໄດ້ຕ້ອນຮັບ​​ຄະນະ​ຜູ້​ແທນ​ຂອງ​ບັນດາ​ກຳມາ​ທິການ​ສະພາ​ແຫ່ງ​ຊາດ​ລາວມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ນ້ຳ​ໃຈ​ສາ​ມັກ​ຄີ​ຮ່ວມ​ມື​ຮອບດ້ານ ຫວຽດນາມ ລາວ. ທ່ານ​ຮອງ​ສາດສະດາຈານ ດອກ​ເຕີ ພອນ​ເທບ ພົນ​ເສນາ ​​ແຈ້ງ​ໃຫ້​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟອງ ​ໄດ້ຮັບ​ຊາບ​ກ່ຽວ​ກັບ​ໝາກຜົນ​ການ​ເຮັດ​ວຽກຂອງ​ຄະນະກັບ​ກຳ​ມາ​ທິກ​ານຈຳນວນ​ຫນຶ່ງ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ​ໃຫ້​ຮູ້​ວ່າ: ສອງ​ຝ່າຍ​ຢາກ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ນິຕິບັນຍັດ, ຕິດຕາມ​ກວດກາ​ການຈັດ​ຕັ້ງ​ການ​ປະຕິບັດ​ກົດໝາຍ​ທີ່​ຂຶ້ນ​ກັບ​ຂົງ​ເຂດ​ສັງຄົມ, ວັດທະນະທຳ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ.

ຕອບກັບ

ຂ່າວ/ບົດ​ອື່ນ