ຄະນະຊີ້ນຳເຂດ ໄຕງວຽນ ຜັນຂະຫຍາຍ ວຽກງານປີ 2014

ຄະນະຊີ້ນຳເຂດ ໄຕງວຽນ ຜັນຂະຫຍາຍ ວຽກງານປີ 2014 - ảnh 1
​ທ່ານພົນ​ເອກ ​ເຈີນດ້າຍ​ກວາງ ເຮັດວຽກກັບຄະນະ​ຊີ້​ນຳ​ເຂດ ​ໄຕ​ງວຽນ
(ພາບ: qdnd.vn)


(vovworld) - ຕາມ​ບົດ​ລາຍ​ງານ​ຂອງ​ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ, ​ທ່ານພົນ​ເອກ ​ເຈີນດ້າຍ​ກວາງ ​ແລ້ວ, ຈຸດ​ພົ້ນ​ເດັ່ນ​ຂອງ 5 ​ແຂວງ​ເຂດ​ໄຕ​ງວຽນ ​ໃນ​ປີ 2013 ​ແມ່ນ​ວຽກ​ງານ​ບຳລຸງ​ສ້າງ​ວິຊາ​ຊີບ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ຫຼຸດຜ່ອນ​ຄວາມທຸກ​ຍາກ ສືບ​ຕໍ່​ບັນລຸ​ໄດ້​ໝາກຜົນ​ທີ່​ໜ້າ​ປະ​ທັບ​ໃຈ. ກ່ຽວ​ກັບ​ໜ້າ​ທີ່​​ໃນ​ປີ 2014, ທ່ານພົນ​ເອກ ເຈີ​ນດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ.

        “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ​ໃນ​ເຂດໄຕ​ງວຽນ ຫັນ​ໂຄງການ​ເຄື່ອນ​ໄຫວ​ເປັນ​ລະອຽດ ​ເພື່ອ​ຊີ້​ນຳ ນຳພາຢ່າງ​ຄົບ​ຊຸດ, ປະຕິບັດ​​ແຜນການ​ທີ່​ໄດ້​ວາງ​ອອກຢ່າງ​​ເຂັ້ມ​ງວດ. ດຳ​ເນີນການຄົ້ນຄວ້າ, ​ເພີ່ມ​​ເຕີ່ມ​ສຳ​ລັບ​ບັນດາ​ແຜນກຳນົດ, ​ແຜນການ​ໂດຍ​ໄວ, ​ເປັນ​ເຈົ້າ​ການ​ຄົ້ນຄວ້າ​​​ເພື່ອ​ສະ​ເໜີ​ຕໍ່​ພັກ ​ແລະ ລັດ ປະກາດ​ໃຊ້​ນະ​ໂຍບາຍ, ກົນ​ໄກ​ທີ່​ເໝາະ​ສົມ ​​ແນ​ໃສ່​ສືບ​ຕໍ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​, ນະ​ໂຍບາຍ​ສາສະໜາເປັນ​ຢ່າງ​ດີ, ປະກອບສ່ວນ​ສ້າງ​ລະບົບ​ການ​ເມືອງ​ຢູ່​ເຂດ​ໄຕງວຽນ ​ໃຫ້​ນັບ​ມື້​ນັບ​ປອດ​ໄສ, ​ໝັ້ນຄົງ, ​ເຂັ້ມ​ແຂງ”.

ຂ່າວ/ບົດ​ອື່ນ