ຄະນະຊີ້ນຳເຂດທາງທິດຕາເວັນຕົກ ພາກໃຕ້ ອວຍພອນປີໃໝ່ ພໍ່ແມ່ນປະຊາຊົນ ຂະແມ

ຄະນະຊີ້ນຳເຂດທາງທິດຕາເວັນຕົກ ພາກໃຕ້ ອວຍພອນປີໃໝ່ ພໍ່ແມ່ນປະຊາຊົນ ຂະແມ - ảnh 1
ພາບປະກອບ

(vovworld) – ​ເນື່ອງ​​ໃນ​ໂອກາດ​ບຸນ​ປີ​ໃໝ່​ປະ​ເພ​ນີ Chol Chnam Thmay ຂອງ ພໍ່​ແມ່​ປະຊາຊົນ​​ເຜົ່າຂະ​​​ແມ, ຕອນ​ເຊົ້າ​ວັນ​ທີ 11/4, ຄະນະ​ປະຕິບັດ​ງານ​ຄະນະ​ຊີ້ນ​ຳ​ເຂດທາງ​ທິດຕາ​ເວັນ​ຕົກ ພາກ​ໃຕ້ ​ໂດຍ​ທ່ານ Nguyen Phong Quang, ຮອງ​ຫົວໜ​້າຄະນະ​ປະຈຳ​ຄະນະ​ຊີ້​ນຳ​​ເຂດທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້ ນຳ​ໜ​້າ ​ໄດ້​ລົງ​ອວຍພອນ​ສະມາຄົມ​ສະມັກ​ຄີ ພະສົງ​ສາມະ​ເນັນນະຄອນ ​ເກີນ​ເທີ, ສະ​ຖາ​ບັນສົງ ນິກາຍ​ມະຫາສານ ຂະ​​ແມ, ບັນດາ​ວັດ ຂະ​​ແມ ​ແລະ ຄອບຄົວ​ນອນ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ​ໃນ​ບໍລິ​ເວນ​ນະຄອນ ​ເກີນ​ເທ​ີ. ທ່ານ Nguyen Phong Quang, ຫົວໜ້າ​ຄະນະ​ປະຈຳ​​ເຂດທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້ ​ໄດ້​ສົ່ງ​ຄຳ​ອວຍພອນ​ປີ​ໃໝ່​ມາ​ຍັງ​ບັນດາພະ​ມະຫາ​ອາຈານ, ພະ​ອາຈານ​ໃຫຍ່, ພະນັກງານ, ລັດຖະ​ກອນ.​.​.​. ​​ແລະພໍ່​ແມ່ປະຊາຊົນ​ເຜົ່າ​ຂະ​​ແມພາກ​ໃຕ້​ທຸກ​ຄົນ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະ​ເພນີ. ຕາງໜ້າ​ບັນດາ​ຜູ້​ຍົດ​ຖະບັນດາສັກ​ຢູ່​ວັດ​ຕ່າງໆ, ບັນດາ​ຄອບຄົວ​ນອນ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ, ຄອບຄົວ​ທຸກ​ຍາກ​ຊາວ​ເຜົ່າ​ຂະ​​ແມ ຢືນຢັນ​ປະຕິບັດ​​ແຜນນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ​ເປັນ​ຢ່າງ​ດີ, ​ເສີມ​ຂະຫຍາຍ​ບັນດາ​ໝາກ​ຜົນ​ທີ່​ບັນລຸ​​ໄດ້, ຕັ້ງໜ້າ​ອອກ​ແຮງ​ຜະລິດ, ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກ​ຄີ, ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ແກ້​ໄຂ​ຄວາມ​ຫຍູ້​ງຍາກ, ສ້າງສາ​ຊີວິດ​ການ​ເປັນ​ຢູ່​ທີ່​ອີ​ມ​ໜຳສຳລານ, ຜາ​ສຸກ, ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ກຸ່ມກ້ອນ​ມະຫາ​ສະມັກ​ຄີ​ທ່ົວ​ປວງ​ຊົນທັງ​ຊາດ ​ເພື່ອ​ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ​​ໃຫ້ນັບ​ມື້​ນັບ​ຮັ່ງມີ ​ແລະ ສວຍ​ງາມ.

ຂ່າວ/ບົດ​ອື່ນ