ຄະນະຊີ້ນຳໄຕງວຽນ ເຮັດວຽກກັບການນຳ ແຂວງເລິມດົ່ງ

ຄະນະຊີ້ນຳໄຕງວຽນ ເຮັດວຽກກັບການນຳ ແຂວງເລິມດົ່ງ - ảnh 1

 (ພາບ: http://baolamdong.vn/)

 (vovworld)- ວັນ​ທີ 19/6, ຢູ່​ຮ່າ​ໂນ້ຍ, ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ເລິ​ມດົ່ງ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່ 6 ​ເດືອນ ຕົ້ນປີ 2014, ທ່ານ​ເຈິ່ນ​ຫວຽດຮຸ່ງ, ຮອງ​ຫົວໜ້າ​ຜູ້​​ປະຈຳຄະນະ​ຊີ້​ນຳ​ໄຕ​ງວຽນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ເສດຖະກິດ-​ສັງຄົມ​ຊື່​ງ​ແຂວງ​ເລິ​ມດົ່ງ​ບັນລຸ​ໄດ້. ຕາມ​ຄະນະ​ພັກ​ແຂວງ​ເລິ​ມດົ່ງ​ແລ້ວ, ​ໃນ 6 ​ເດືອນ ຕົ້ນປີ 2014, ການ​ຜະລິດ​ກະສິກຳ​ຂອງ​ແຂວງ​ສືບ​ຕໍ່​ພັດທະນາ​ຕາມ​ທິດ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ. ຫຼາຍ​ຮູບ​ແບບ​ການ​ຜະລິດ, ລ້ຽງສັດ​ທີ່​ມີ​ປະສິດທິ​ຜົນໃນ​ບໍລິ​ເວນ​ແຂວງສືບ​ຕໍ່​ໄດ້​ຮັບ​ການ​ທະວີຄູນ; ມູນ​ຄ່າ​ຂະ​ແໜງ​ກະສິກຳ-​ປ່າ​ໄມ້-​ສິນ​ໃນ​ນ້ຳຄາດ​ວ່າ​ບັນລຸກ່ວາ 2600 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 28% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ; ການ​ເຄື​ອ່ນ​ໄຫວ​ການ​ຄ້າ, ການ​ບໍລິການ​ສືບ​ຕໍ່​ພັດທະນາ, ຈຳນວນ​ແຂກ​ທ່ອງ​ທ່ຽວ​ມາ​ແຂວງ​ຄາດ​ວ່າ​ບັນລຸ 2,3 ລ້ານ​ເທື່ອ​ຄົນ. ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ບໍລະ​ເວນ​ແຂວງ​ກໍ່​ບັນລຸ​ໄດ້​ໝາກຜົນ​​ໄດ້​ດີ, ມາ​ຮອດ​ປະຈຸ​ບັນ, ມີ 4 ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ວຽກ​ງານ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ປະຕິບັດ​ນະ​ໂຍບາຍ​ສຳລັບ​ບັນດາ​ເປົາໝາຍ​ນະ​ໂຍບາຍ, ​ເປົ້າໝາຍປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ໂຄງການ​ໜູນ​ຊ່ວຍ​ຄອບຄົວ​ທຸກ​ຍາກ…​ໄດ້​ຮັບ​ການ​ປະຕິບັດ​ເປັນ​ຢ່າງ​ດີ. ທີ່​ການ​ເຮັດ​ວຽກ, ທ່ານ​ເຈິ່ນ​ຫວຽດຮຸ່ງ, ຮອງ​ຫົວໜ້າ​ຜູ້​​ປະຈຳຄະນະ​ຊີ້​ນຳ​ໄຕ​ງວຽນ ສະ​ເໜີ​ແຂວງ​ເລິ​ມດົ່ງ ຈົ່ງ​ສືບ​ຕໍ່​ດຶງ​ດູດ​ເງິນ​ລົງທຶນ, ບຸລິມະສິດ​ແຫຼ່ງທຶນ ​ແລະ ຫລຸດຜ່ອນ​ອັດຕາ​ດອກ​ເບັ້ຍກູ້​ຢືມ, ກຳນົດ​ເວລາ​ກູ້​ຢືມ​ໃຫ້​ແກ່​ໂຄງການ​ປູກ​ຕົ້ນກາ​ເຟຄືນ​ໃໝ່. ​ແຂວງ​ເລິ​ມດົ່ງ ຕ້ອງ​ຍູ້​ແຮງ​ວຽກງານ​ໂຄສະນາ “ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2014 ​ໄຕ​ງວຽນ-​ດ່າ​ລາດ“; ຍູ້​ແຮງ​ວຽກ​ງານ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ປ່າ…/.

 

ຂ່າວ/ບົດ​ອື່ນ