ຄະ​ນະ​ຊາວ​ໜຸ່ມ ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ສະ​ໜັບ​ສະ​ໜູນ​ພໍ່​ແມ່​ປະ​ຊາ​ຊົນ​ພາກ​ກາງ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 6 ພະຈິກ, ທ່ານເລຂາຜູ້ທີ 1 ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ອາລຸນໄຊ ສູນນະລາດ ໄດ້ມອບເງິນຈຳນວນ 40 ລ້ານກີບ (ປະມານ 100 ລ້ານດົ່ງ) ໃຫ້ແກ່ສະຖານທູດຫວຽດນາມ ປະຈຳ ສປປ ລາວ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດພາກກາງຫວຽດນາມ ທີ່ຖືກຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມ.
ຄະ​ນະ​ຊາວ​ໜຸ່ມ ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ສະ​ໜັບ​ສະ​ໜູນ​ພໍ່​ແມ່​ປະ​ຊາ​ຊົນ​ພາກ​ກາງ ຫວຽດ​ນາມ - ảnh 1 ທ່ານເລຂາຜູ້ທີ 1 ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ອາລຸນໄຊ ສູນນະລາດ ໄດ້ມອບເງິນຈຳນວນ 40 ລ້ານກີບ (ປະມານ 100 ລ້ານດົ່ງ) ໃຫ້ແກ່ສະຖານທູດຫວຽດນາມ ປະຈຳ ສປປ ລາວ 

ທ່ານ ອາລຸນໄຊ ສູນນະລາດ ໄດ້ແບ່ງເບົ່າກັບທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຕໍ່ບັນດາຜົນເສຍຫາຍກ່ຽວກັບຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ ພາກກາງ ຫວຽດນາມ ໃນໄລຍະທີ່ເກີດພາຍຸ, ນໍ້າຖ້ວມຜ່ານມາ, ພ້ອມທັງປາດຖະໜາຢາກແບ່ງເບົ່າຄວາມຫຍຸ້ງຍາກນັ້ນ ສ່ວນໃດສ່ວນໜຶ່ງ, ຊ່ວຍພໍ່ແມ່ປະຊາຊົນກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ຢັ້ງຢືນວ່າ ນີ້ແມ່ນຫຼັກຖານໃຫ້ແກ່ນ້ຳໃຈຄວາມສາມັກຄີອ້າຍນ້ອງ, ແມ່ນສາຍຈິດມິດໃຈລະຫວ່າງສອງຊາດ ແລະ ໄວໜຸ່ມສອງປະເທດ, ຮ່ວມທຸກຮ່ວມສຸກນຳກັນ; ຊ່ວຍເຫຼືອເຊິ່ງກັນແລະກັນ ໂດຍບໍ່ຈຳເປັນຕ້ອງມີຫຼາຍຫຼືມີໜ້ອຍ, ສິ່ງສຳຄັນທີ່ສຸດແມ່ນຢູ່ທີ່ນ້ຳໃຈ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຈະສົ່ງຂອງຂວັນທີ່ເຕັມໄປດ້ວຍໄມຕີຈິດນີ້ກັບເມືອປະເທດໂດຍໄວ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນພາກກາງທີ່ຖືກຜົນສະທ້ອນຈາກຝົນຕົກນ້ຳຖ້ວມ ຜ່ານຜ່າຄວາມຫຍຸ້ງຍາກໂດຍໄວ.

ເວິນທຽງ - ດັ້ງຖຸ່ຍ, ນັກຂ່າວ VOV ປະຈຳ ລາວ.


 

ຕອບກັບ

ຂ່າວ/ບົດ​ອື່ນ