ພາບປະກອບ
|
(vovworld) - ວັນທີ 1/3, ຢູ່ສວນສາທາລະນະ ຟູ໋ບິ່ງ (ເມືອງ 6), ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ສົມທົບກັບຄະນະຊາວໜຸ່ມເມືອງ 6 ໄດ້ຈັດຕັ້ງພິທີເລີ່ມຜັນຂະຫຍາຍເດືອນຊາວໜຸ່ມປີ 2015 ດ້ວຍຫົວຂໍ້ວ່າ: “ເອກອ້າງທະນົງໃຈກ້າວເດີນພາຍໃຕ້ຄັນທຸງຂອງພັກ”. ໃນເດືອນຊາວໜຸ່ມປີນີ້, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ສຸມໃສ່ໂຄສະນາກ່ຽວກັບຄວາມໝາຍບັນດາວັນບຸນໃຫຍ່ຂອງປະເທດຊາດ ແລະ ຍູ້ແຮງວຽກງານການສຶກສາ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຈິດໃຈປະຈັນບານ, ອາສາສະໝັກດ້ວຍການເຄື່ອນໄຫວຕ່າງໆຄື: ບັນດາການເຄື່ອນໄຫວກໍ່ສ້າງຕົວເມືອງ ສິວິໄລ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກໍ່ສ້າງຊົນນະບົດໃໝ່.
ແລະກໍ່ໃນວັນດຽວກັນ, ສະມາຊິກຊາວໜຸ່ມ, ຊາວໜຸ່ມໃນບໍລິເວນນະຄອນ ດ່ານັ້ງ ກ່ວາ 800 ຄົນໄດ້ເຂົ້າຮ່ວມພິທີຜັນຂະຫຍາຍເດືອນຊາວໜຸ່ມ ແລະ ຕອບສະໜອງປີວັດທະນະທຳ, ສິວິໄລຕົວເມືອງ 2015 ໂດຍຄະນະຊາວໜຸ່ມນະຄອນ ຈັດຕັ້ງຂຶ້ນ.
ໃນຂະນະນັ້ນ, ຢູ່ແຂວງ ດັກລັກ, ໄດ້ເລີ່ມຜັນຂະຫຍາຍເດືອນຊາວໜຸ່ມອາສາສະໝັກປີ 2015 ແລະ ປຸກລະດົມຂະບວນການໄວໜຸ່ມບັນດາຊົນເຜົ່າແຂວງ ດັກລັກ ແຂ່ງຂັນກັນສ້າງຜົນງານສະເຫຼີມສະຫຼອງກອງປະຊຸມໃຫຍ່ຂອງພັກທຸກຂັ້ນ. ເນື່ອງໃນໂອກາດນີ້, ມີການເຄື່ອນໄຫວພົ້ນເດັ່ນຫຼາຍຢ່າງຄື: ໂຄງການຊ່ວຍເຫຼືອຄົນເຈັບທຸກຍາກ, ບໍລິຈາກເລືອດ “ງານບຸນລະດູບານໃໝ່”, ຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວນອນໃນເປົ້າໝາຍນະໂຍບາຍ, ມອບທຶນສຶກສາໃຫ້ບັນດານັກຮຽນທຸກຍາກແຕ່ມັກຮຽນ…