ຄະນະຊາວໜຸ່ມເຍົາວະຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢ້ຽມຢາມເຂດພູພຽງຫິນດົງວັນ

ຄະນະຊາວໜຸ່ມເຍົາວະຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢ້ຽມຢາມເຂດພູພຽງຫິນດົງວັນ - ảnh 1
(ຄະນະ​ຜູ້​ແທນ​​ຊາວ​ໜຸ່ມ​ເຍົາວະ​ຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ
​ຢ້ຽມຢາມ​ເຂດພູ​ພຽງຫິນດົງ​ວັນ)

 (vovworld) - ວັນ​ທີ 15/07, ຄະນະ​ຜູ້​ແທນ​​ຊາວ​ໜຸ່ມ​ເຍົາວະ​ຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດທີ່​ເຂົ້າ​ຮ່ວມ​ຄ​້າຍພັກ​​ແລ້ງ​ປີ 2013 ​ໄດ້​ກ້າວ​ສູ່​ການ​ເດີນທາງ​ຄົ້ນ​ຫາ​ຄວາມ​ງາມ​ຂອງ​​ແຂວງຮ່າ​ຢາງ, ​ເຂດ​ດິນ​​ເໜືອ​ສຸດ​ຂອງ​ປະ​ເທດ​ຊາດ. ຄະນະ​ຜູ້​ແທນ​ໄດ້​ໄປ​ຢ້ຽມຢາມ​ເຂດພູ​ພຽງຫິນດົງ​ວັນ ​ເຊິ່ງ UNESCO ຮັບຮອງ​ວ່າ ​ແມ່ນ​ອຸທິຍານທໍລະນີ​ທົ່ວ​ໂລກ​ປີ 2010. ບັນດາ​ເພື່ອນ​ໜຸ່ມ​ໄດ້​ຮັບ​ຊົມ​ຄວາມ​ງາມ​ມະຫັດສະຈັນ ດ້ວຍ​ບັນດາ​ສາຍພູ​ຢູ່​​ເມືອງ ກວານບ້າ, ອຽນ​ມິນ, ດົງ​ວັນ, ​ແມ່ວຫວາ​ກ, ພ້ອມ​ທັງ​ໄດ້​ຊອກ​ຮູ້ບັນດາ​ຈຸດ​ວັດທະນະທຳ​ທີ່​ລຽບ​ງ່າຍ ​ແຕ່​​ເຕັມ​ໄປ​ດ້ວຍ​ສີສັນ​ພິ​ເສດ​ຂອງ​ພໍ່​ແມ່​ປະຊາຊົນບັນດາ​ເຜົ່າ​ເຂດ​ພູ​ສູງ. ​ສິ່ງ​ທີ່​ສ້າງ​ຄວາ​ມປະ​ທັບ​ໃຈ​ທີ່​ສຸດ​ຕໍ່ເພື່ອນ ​ເຈີ່ນ​ກວາງ​ຈູງ, ພວມ​ດຳລົງ​ຊີວິດ​ຢູ່ ອຸ​ກະແລມ ​​ແມ່ນເສົາ​ທຸງ ລູ້​ງກຸ໋, ມີ​ຄວາມ​ສູງ​ປະມານ 1.700 ມ ​ເມື່ອ​ທຽບ​ໃສ່​ໜ້າ​ນ້ຳທະ​ເລ. ເພື່ອນ ​ເຈີ່ນ​ກວາງ​ຈູງ, ແບ່ງປັນ​ວ່າ.

        “​ເມື່ອ​ມາ​ຮອດ​ນີ້, ​​ໄດ້ເຫັນ​ປະຈັກ​ຕາ​ເສົາ​ທຸງ ລູ້​ງກຸ໋ ນີ້, ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ​ຂອງ​ນ້ອງ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ, ນ້ອງ​ຮູ້ສຶກ​ວ່າ​ມີ​ຄວາມສັກກະ​ລະບູຊາທີ່​ສຸດ, ​ເພາະ​ນີ້​ແມ່ນ​ເຂດ​ດິນເໜືອ​ສຸດ​ຂອງ​ຫວຽດນາມ.”

ຂ່າວ/ບົດ​ອື່ນ