ຄະນະປະຈຳການລັດຖະບານໂຮມປະຊຸມກ່ຽວກັບຮ່າງກົດໝາຍຫົວໜ່ວຍບໍລິຫານ-ເສດຖະກິດພິເສດ

(VOVWORLD) -ຕອນເຊົ້າວັນທີ 02 ສິງຫາ, ຢູ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຄະນະປະຈຳການລັດຖະບານໄດ້ຈັດກອງປະຊຸມ, ປຶກສາຫາລືກ່ຽວກັບຮ່າງກົດໝາຍຫົວໜ່ວຍບໍລິຫານ - ເສດຖະກິດພິເສດ (ເອີ້ນວ່າ ເຂດພິເສດ).

ຄະນະປະຈຳການລັດຖະບານໂຮມປະຊຸມກ່ຽວກັບຮ່າງກົດໝາຍຫົວໜ່ວຍບໍລິຫານ-ເສດຖະກິດພິເສດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບ: KT)

ໂດຍມີການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການ ແລະ 3 ແຂວງແມ່ນ ກວາງນິງ, ແຄ໋ງຮ່ວາ, ກຽນຢາງ, ເຊິ່ງແມ່ນບັນດາທ້ອງຖິ່ນພວມສົ່ງເສີມການສ້າງບັນດາແຜນຮ່າງເຂດພິເສດ. ທີ່ກອງປະຊຸມ, ບັນດາຄຳເຫັນທີ່ກອງປະຊຸມໄດ້ເນັ້ນໜັກເຖິງຈຸດໝາຍ ເຮັດແນວໃດເພື່ອໃຫ້ບັນດາເຂດພິເສດມີກຳລັງແກ່ງແຍ້ງສາກົນ, ມີກຳລັງແຜ່ລາມ, ກາຍເປັນແຫ່ງເຕີບໂຕຂອງທົ່ວປະເທດ. ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ອົງການຮຽບຮຽງແມ່ນກະຊວງແຜນການ ແລະ ການລົງທຶນ ສືບຕໍ່ຮັບເອົາຄຳເຫັນ, ສືບຕໍ່ສ້າງຮ່າງກົດໝາຍໃຫ້ສົມບູນແບບ ແລະ ຍື່ນສະເໜີຕໍ່ບັນດາກຳມາທິການສະພາແຫ່ງຊາດ, ຄະນະປະຈຳການສະພາແຫ່ງຊາດ ຖືກຕາມກຳນົດເວລາເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາທີ່ກອງປະຊຸມໃນເດືອນ ຕຸລາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ