ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ຫວຽດ​ນາມ ໂຮມປະ​ຊຸມ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ການ​ເກັບ​ຄ່າ​ທຳ​ນຽ​ມ​ທາງ​ແບບອັດຕະໂນມັດໃນປີ 2020

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາຝ່າຍຮ່ວມທຸລະກິດ ແລະ ບັນດາຄູ່ຮ່ວມມື ຈົ່ງສົມທົບກັນ ແລະ ມີແບບວິທີຈັດຕັ້ງຜັນຂະຫຍາຍ ເພື່ອຜັນຂະຫຍາຍການເກັບຄ່າທຳນຽມທາງແບບອັດຕະໂນມັດໄລຍະ 2 ນີ້ ໃນທ້າຍປີ 2020. 
ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ຫວຽດ​ນາມ ໂຮມປະ​ຊຸມ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ການ​ເກັບ​ຄ່າ​ທຳ​ນຽ​ມ​ທາງ​ແບບອັດຕະໂນມັດໃນປີ 2020 - ảnh 1ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການຊຸກຍູ້ໂຄງການເກັບຄ່າທຳນຽມທາງແບບອັດຕະໂນມັດ (ພາບ: VGP) 

ຕອນບ່າຍວັນທີ 16 ມີນາ, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການຊຸກຍູ້ໂຄງການເກັບຄ່າທຳນຽມທາງແບບອັດຕະໂນມັດ, ໂຄງການດັ່ງກ່າວ ໂດຍລັດຖະບານມອບໃຫ້ກະຊວງຄົມມະນາຄົມຂົນສົ່ງ ຜັນຂະຫຍາຍຢູ່ບັນດາດ່ານເກັບຄ່າທຳນຽມທາງ BOT (Build-Operate-Transfer). ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາຝ່າຍຮ່ວມທຸລະກິດ ແລະ ບັນດາຄູ່ຮ່ວມມື ຈົ່ງສົມທົບກັນ ແລະ ມີແບບວິທີຈັດຕັ້ງຜັນຂະຫຍາຍ ເພື່ອຜັນຂະຫຍາຍການເກັບຄ່າທຳນຽມທາງແບບອັດຕະໂນມັດໄລຍະ 2 ນີ້ ໃນທ້າຍປີ 2020. ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ກະຊວງຄົມມະນາຄົມຂົນສົ່ງ ຊີ້ນຳໂດຍກົງບັນດາຝ່າຍດຳເນີນໂຄງການດັ່ງກ່າວໃຫ້ສຳເລັດໃນປີ 2020 ແລະ ປະຕິບັດໂຄງການຕາມຂໍ້ກຳນົດຂອງກົດໝາຍ.


 

ຕອບກັບ

ຂ່າວ/ບົດ​ອື່ນ