ຄະນະປະຈຳສະພາ ແຫ່ງຊາດປະກອບຄຳເຫັນ ກ່ຽວກັບຮ່າງກົດໝາຍ ວ່າດ້ວຍບັດປະຈຳຕົວພົນລະເມືອງ

ຄະນະປະຈຳສະພາ ແຫ່ງຊາດປະກອບຄຳເຫັນ ກ່ຽວກັບຮ່າງກົດໝາຍ ວ່າດ້ວຍບັດປະຈຳຕົວພົນລະເມືອງ - ảnh 1
ພາບປະກອບ

(vovworld) – ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 26, ຕອນ​ເຊົ້າ​ວັນ​ທີ 12/3, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປະກອບ​ຄຳ​ເຫັນ ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍບັດປະຈຳຕົວພົນລະ​ເມືອງ. ຮ່າງ​ກົດໝາຍ​ວ່າ​ດ້ວຍບັດປະຈຳຕົວພົນລະ​ເມືອງ​ລວມມີ 5 ພາກ, 34 ມາດຕາ ກຳນົດ​ບາງ​ເນື້ອ​ໃນ​ໃໝ່​ເຊິ່ງກົດ​ໝາຍ​ປະຈຸ​ບັນ​ກ່ຽວ​ກັບບັດປະຈຳຕົວພົນລະ​ເມືອງ​ບໍ່​ທັນ​​ກຳນົດ, ຄື​ຫຼັກການ​ຄຸ້ມ​ຄອງບັດປະຈຳຕົວພົນລະ​ເມືອງ, ສິດ ​ແລະ ພັນທະ​ຂອງ​ພົນລະ​ເມືອງ.​​..​ ທ່ານ ຟານ​ຈູງ​ຫຼີ, ຫົວໜ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ວ່າ: ບັນດາ​ຂໍ້​ກຳນົດ​ໃນ​ກົດໝາຍ​ຕ້ອງ​ຮັບປະກັນ​ເປັນ​ເອກະພາບ ​ແລະ ຄົບ​ຊຸດ​ກັບ​ບັນດາ​ກົດໝາຍ​ທີ່​ກ່ຽວຂ້ອງ:

    “ຄວນ​ຮັບປະກັນ​ລັກສະນະ​ເອກະ​ພາບຂອງ​ລະບົບ​ກົດໝາຍ ຍ້ອນ​ກົດໝາຍ​ດັ່ງກ່າວ​ກ່ຽວຂ້ອງ​ເຖິງ​ກົດໝາຍ​ອື່ນໆ​ອີກ, ພິ​ເສດ​ແມ່ນ​ກົດໝາຍວ່າ​ດ້ວຍ​ສຳມະ​ໂນ​ຄົວ. ກົດໝາຍສະບັບ​ນີ້ ​ໄດ້​ຮັບ​ຄຳ​ເຫັນ​ຈາກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ 2 ​ເທື່ອ​ແລ້ວ ​ແຕ່​ຍັງ​ບໍ່​ທັນ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ, ຍ້ອນ​ບໍ່​ທັນ​ຕອບບາງ​ບັນຫາ​ຢ່າງ​ຈະ​ແຈ້ງ​ເທື່ອ. ການ​ພົວພັນ​ລະຫວ່າງ​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ບັດ​ປະຈຳ​ຕົວ ​ແລະ ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ຄົວ​ມີ​ຜົນ​ສະທ້​ອນຫຍັງ​ບໍ່”

    ຕອນບ່າຍ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນຫາ​ທີ່​ຍັງ​ມີ​ຄວາມເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທະບຽນ​ສານ (ສະບັບ​ປັບປຸງ) ​ແລະ ບາງ​ບັນຫາ​ທີ່​ຍັງມີ​ຄວາມ​ເຫັນແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍພາສີ (ສະບັບ​ປັບປຸງ).

 

ຂ່າວ/ບົດ​ອື່ນ