ຄະນະປະຈຳສະພາ ແຫ່ງຊາດປະກອບຄຳເຫັນ ກ່ຽວກັບຮ່າງກົດໝາຍ ວ່າດ້ວຍສຳມະໂນຄົວແລະຮ່າງກົດໝາຍວ່າດ້ວຍບັດປະຈຳຕົວ


ຄະນະປະຈຳສະພາ ແຫ່ງຊາດປະກອບຄຳເຫັນ ກ່ຽວກັບຮ່າງກົດໝາຍ ວ່າດ້ວຍສຳມະໂນຄົວແລະຮ່າງກົດໝາຍວ່າດ້ວຍບັດປະຈຳຕົວ - ảnh 1
ພາບປະກອບ

(vovworld) - ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ ສຳ​ມະ​ໂ​ນຄົວ​ ແລະ​ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ບັດປະ​ຈຳ​ຕົວ - ນີ້​ແມ່ນ 2 ​ໂຄງການ​ໄດ້​ຮັບ​ການ​ປະກອບ​ຄຳ​ເຫັນ​ໃນ​ວັນ​ທີ 24/4. ຄາ​ດວ່າ, ຮ່າງ​ກົດໝາຍ 2 ສະບັບ​ນີ້ຈະ​ໄດ້​ຮັບ​ການ​ປະກອບ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໃນ​​ເດຶອ​ນ 5 ຈະ​ມາ​ເຖິງ. ຈຸດໝາຍ​ຂອງ​ການ​ສ້າງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ ສຳ​ມະ​ໂ​ນຄົວ ​ນີ​້​ເພື່ອ​ແນ​ໃສ່​ສ້າງ​ພື້ນຖານ​ນິຕິ​ກຳ​ເປັນ​ປົກກະຕິ, ​ເອກະລາດ, ຍາວ​ນານ​ໃຫ້​ແກ່​ວຽກ​ງານ​ຈົດ​ທະບຽນ, ຄຸ້ມ​ຄອງ​ຄອບຄົວ​ຕາມ​ທິດ​ທັນ​ສະ​ໄໝ. ວຽກ​ງານ​ຄຸ້ມ​ຄອງ​ຄອບຄົວ​ໄດ້​ຮັບ​ການ​ປະຕິ​ຮູບ​ຕາມ​ທິດ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ. ໜຶ່ງ​ໃນ​ບັນ​​ດາ​ການ​ປັບປຸງ​ໃນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສຳ​ມະ​ໂ​ນຄົວ​ແມ່ນ​ຈະ​ສະໜອງ​ຕົວ​ເລກ​ສ່ວນ​ຕົວ ​ເພື່ອ​ແນ​ໃສ່ຄຸ້ມ​ຄອງ​ບັນດາ​ຂໍ້​ມູນພື້ນຖານ​ຂອງ​ສ່ວນບຸກຄົນ​ ​ແລະ ສ້າງພື້ນ​ຖານ​ເອກະສານ​ສຳມະ​ໂນ​ຄົວ​ເອ​ເລັກ​ໂຕ​ນິກ​ໃນ​ທ່ົວ​ປະ​ເທດ.

        ​ເລື່ອງ​ສ້າງ ​ແລະ ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ບັດປະຈຳຕົວ​ຂອງ​ພົນລະ​ເມືອງ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​​ລັດ, ປະຕິ​ຮູບ​ເອກະສານ​ບໍລິຫານ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ພົນລະ​ເມ​ືອງຕາມ​ທິດ​ງ່າຍ​ດາຍ, ກະຈ່າງ​ແຈ້ງ, ສ້າ​ງ​ເງື່ອນ​​ໄຂ​ໃຫ້​ແກ່​ປະຊາຊົນ​ໃນ​ການ​ປະຕິບັດ​ລະບຽບ​ການ​ບໍລິຫານ.

ຂ່າວ/ບົດ​ອື່ນ