ຄະນະປະຈຳສະພາ ແຫ່ງຊາດປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ສິ່ງແວດລ້ອມ (ສະບັບປັບປຸງ)

ຄະນະປະຈຳສະພາ ແຫ່ງຊາດປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ສິ່ງແວດລ້ອມ (ສະບັບປັບປຸງ) - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 20/2, ​ໃນມື້​ເຮັດ​ວຽກຂອງ​ວາລະ​ປະຊຸມ​ຄັ້ງ​ທີ 25, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງກັນ​ຂອງ​ຮ່າງ​ກົດ​ໝາຍວ່າ​ດ້ວຍ​ສິ່ງ​ແວດ​ລ້ອມ (ສະບັບ​ປັບປຸງ).

    ​ເມື່ອປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ, ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ເຕື້ອງ​ເຖິງ​ແຜນ​ຜັງ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ຕາມ​ບັນດາ​ຜູ້​ແທນ​ແລ້ວ, ​ແຜນ​ຜັງສິ່ງ​​​ແວດ​ລ້ອມຄວນ​ພິຈາລະນາ​ເຖິງ​ບັນ​ດາ​ເນື້ອ​ໃນ​ກ່ຽວຂ້ອງ​ຂອງ​ບັນດາ​ແຜນຜັງ​ອື່ນໆ​ຄື: ​ແຜງ​ຜັງ​ເຂດ, ​ແຜນຜັງ​ກໍ່ສ້າງ, ​ແຜນຜັງ​ເຂດ​ຕົວ​ເມືອງ.

    ກ່ຽວ​ກັບ​ການ​ນຳ​ເຂົ້າ​ສິ່ງ​​ເສດ​ເຫຼືອ, ມີ​ຫຼາຍ​ຄຳ​ເຫັນ​ຖື​ວ່າ: ຄວນ​ກຳນົດ​ລະອຽດ, ຕິດຕາມ​ກວດກາ​ຢ່າງ​ແໜ້ນ​​ແຟ້ນ​ໃນ​ການ​​ນຳ​ເຂົ້າ​ສິ່ງ​​ເສດ​ເຫຼືອ​ເພື່ອ​ຮັບປະກັນ​ປະຕິບັດ​ຖືກຕ້ອງ​ຕາມ​ກົດໝາຍ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ທ່ານ ຟູ່ງກວກ​ຫຽນ, ຫົວໜ້າ​ກຳມາ​ທິການ​ການ​ເງິນ​ງົບປະມານ ສະ​ເໜີ​ວ່າ:

    “ຂ້າພະ​ເຈົ້າ​ຖື​ວ່າ: ພວກ​ເຮົາ​ຕ້ອງ​ຄິດ​ໄລ່​ຊັ່ງຊາ. ສິ່ງ​ເສດ​ເຫຼື​ອ​ແມ່ນ​ວັດຖຸຖືກ​ປະຖີ້ມ​ແລ້ວ, ບັນດາ​ປະ​ເທດ​ມີ​ວິທະຍາສາດ​ດີ​ພັດທະນາກວ່າພວກເຮົາ ເຂົາ​ເຈົ້າ​ປະຖີ້ມແລ້ວພວກ​ເຮົາ​ນຳ​ເຂົ້າ​ເພື່ອເຮັດ​ຫຍັງ. ຂ້າພະ​ເຈົ້າ​ຖື​ວ່າ ສິ່ງ​ດັ່ງກ່າວ​ຕ້ອງ​ຄິດ​ໄລ່​ຊັ່ງຊາ​ຢ່າງ​​ລະອຽດ ຫາກ​ບໍ່ຄືແນວນັ້ນ ພວກ​ເຮົາ​ຈະ​ເປັນ​ບ່ອນສະສົມຂີ້​ເຫຍື້ອ​ຂອງ​ໂລກ”

    ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພ​າ​ແຫ່ງ​ຊາດ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທະບຽນ​ສານ (ສະບັບ​ປັງ​ປຸງ).

 

ຂ່າວ/ບົດ​ອື່ນ