ຄະນະປະຈຳສະພາແຫ່ງຊາດ ຈັດກອງປະຊຸມຜັນຂະຫຍາຍວຽກງານການພົວພັນຕ່າງປະເທດຂອງສະພາແຫ່ງຊາດໃນວັນທີ 27 ກຸມພາ

(VOVWORLD) - ທີ່ກອງປະຊຸມ, ບັນດາຜູ້ແທນຈະເຂົ້າຢ້ຽມຊົມງານວາງສະແດງພາບຖ່າຍຂີດໝາຍແຫ່ງການເຄື່ອນໄຫວວຽກງານພົວພັນຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ

ວັນທີ 24 ກຸມພາ, ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ, ວັນທີ 27 ກຸມພາຈະມາເຖິງ, ທີ່ຫໍປະຊຸມສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ຈະຈັດກອງປະຊຸມຜັນຂະຫຍາຍວຽກງານພົວພັນຕ່າງປະເທດຂອງສະພາແຫ່ງຊາດ ປີ 2023. ກອງປະຊຸມເພື່ອແນໃສ່ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານພົວພັນຕ່າງປະເທດຂອງສະພາແຫ່ງຊາດນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ, ຊາບຊຶມບາງການກຳນົດທິດ, ແຜນນະໂຍບາຍໃຫຍ່ເພື່ອຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ທິດທາງ ແລະ ຈຸດສຸມຂອງວຽກງານພົວພັນຕ່າງປະເທດຂອງສະພາແຫ່ງຊາດໃນປີນີ້.

        ທີ່ກອງປະຊຸມ, ບັນດາຜູ້ແທນຈະເຂົ້າຢ້ຽມຊົມງານວາງສະແດງພາບຖ່າຍຂີດໝາຍແຫ່ງການເຄື່ອນໄຫວວຽກງານພົວພັນຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ; ຮັບຊົມສາລະຄະດີກ່ຽວກັບໝາກຜົນແຫ່ງການເຄື່ອນໄຫວວຽກງານພົວພັນຕ່າງປະເທດຂອງສະພາແຫ່ງຊາດນັບແຕ່ຕົ້ນອາຍຸການຊຸດທີ XV ມາຮອດປະຈຸບັນ. ທ່ານ ຫວູຫາຍຮ່າ, ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ໄດ້ສະເໜີບົດລາຍງານກ່ຽວກັບໝາກຜົນແຫ່ງການເຄື່ອນໄຫວວຽກງານພົວພັນຕ່າງປະເທດຂອງສະພາແຫ່ງຊາດແຕ່ຕົ້ນອາຍຸການ 2021 – 2026 ແລະ ໂຄງການເຄື່ອນໄຫວວຽກງານພົວພັນຕ່າງປະເທດຂອງສະພາແຫ່ງຊາດປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ