ຄະນະປະຈຳສະພາແຫ່ງຊາດ ຈັດກອງປະຊຸມເທື່ອທີ 2 ຂອງວາລະປະຊຸມຄັ້ງທີ 6

(VOVWORLD) -ໃນຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາເລື່ອງປັບປຸງມະຕິຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບບາງລະບອບລາຍຈ່າຍຮັບປະກັນການເຄື່ອນໄຫວຂອງສະພາແຫ່ງຊາດ; ພິຈາລະຈາ, ຮັບຮອງເອົາລາຍການວຽກກງານປີ 2022 ຂອງຄະນະປະຈຳສະພາແຫ່ງຊາດ…
ຄະນະປະຈຳສະພາແຫ່ງຊາດ ຈັດກອງປະຊຸມເທື່ອທີ 2 ຂອງວາລະປະຊຸມຄັ້ງທີ 6 - ảnh 1(ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ)

ວາລະປະຊຸມຄັ້ງທີ 6 ເທື່ອທີ 2 ຂອງຄະນະປະຈຳສະພາແຫ່ງຊາດດຳເນີນໃນລະຫວ່າງວັນທີ 21 – 22 ທັນວາ. ໃນຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາເລື່ອງປັບປຸງມະຕິຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບບາງລະບອບລາຍຈ່າຍຮັບປະກັນການເຄື່ອນໄຫວຂອງສະພາແຫ່ງຊາດ; ພິຈາລະຈາ, ຮັບຮອງເອົາລາຍການວຽກກງານປີ 2022 ຂອງຄະນະປະຈຳສະພາແຫ່ງຊາດ… ພ້ອມກັນນັ້ນ, ກໍສືບຕໍ່ປະກອບຄຳເຫັນກ່ຽວກັບຮ່າງມະຕິທົດລອງບາງກົນໄກ, ນະໂຍບາຍພິເສດສະເພາະພັດທະນານະຄອນ ເກີນເທີ. ນອກນັ້ນ, ຄະນະປະຈຳສະພາແຫ່ງຊາດ ກໍ່ຕີລາຄາໝາກຜົນການປະຕິບັດລາຍການເຄື່ອນໄຫວການຕ່າງປະເທດ, ການຮ່ວມມືສາກົນ ປີ 2021; ພິຈາລະນາ, ຮັບຮອງເອົາລາຍການເຄື່ອນໄຫວການຕ່າງປະເທດປີ 2022 ຂອງຄະນະປະຈຳສະພາແຫ່ງຊາດ ແລະ ບາງເນື້ອໃນສຳຄັນອື່ນໆ.

        ກ່ອນໜ້ານັ້ນ, ໃນວາລະປະຊຸມຄັ້ງທີ 6 ເທື່ອທຳອິດ, ເຊິ່ງດຳເນີນໃນລະຫວ່າງວັນທີ 08 – 10 ທັນວາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ບັນດາເນື້ອໃນສຳຄັນ ເພື່ອພິຈາລະນາຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມວິສາມັນ. ຄະນະປະຈຳສະພາແຫ່ງຊາດໄດ້ເຫັນດີຈັດກອງປະຊຸມວິສາມັນຂອງສະພາແຫ່ງຊາດ ໃນຕົ້ນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ