ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄຂກອງປະຊຸມເທື່ອທີ 24

(VOVWORLD) - ຕອນເຊົ້າວັນທີ 14 ພຶດສະພາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມເທື່ອທີ 24 ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.
ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄຂກອງປະຊຸມເທື່ອທີ 24 - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ (ພາບ: TTXVN)

 ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ກອງປະຊຸມຈະພິຈາລະນາ, ປະກອບຄຳຄິດເຫັນໃສ່ບົດລາຍງານຕີລາຄາເພີ່ມເຕີມໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2017; ຕີລາຄາສະພາບການຜັນຂະຫຍາຍການປະຕິບັດແຜນການພັດທະນາ ເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2018. ບົດລາຍງານການຕິດຕາມກວດກາເລື່ອງແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນເພື່ອຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຫວຽດນາມ. ກອງປະຊຸມກໍ່ພິຈາລະນາບັນດາບົດລາຍງານກ່ຽວກັບສະພາບການປະຕິບັດນະໂຍບາຍ, ລະບອບປະກັນສັງຄົມ, ການຄຸ້ມຄອງ ແລະ ນຳໃຊ້ກອງທຶນປະກັນສັງຄົມ; ພິຈາລະນາ, ເຫັນດີຕົກລົງສ້າງຕັ້ງອົງການໄອຍະການປະຊາຊົນ, ສານປະຊາຊົນນະຄອນ ຟຸກອຽນ ແຂວງ ຫວີ້ງຟຸກ.

ຕອບກັບ

ຂ່າວ/ບົດ​ອື່ນ