ຄະນະປະຈຳສະພາແຫ່ງຊາດຄັ້ງທີ 47 ສືບຕໍ່ເຮັດວຽກ

(VOVWORLD) -ໂດຍສືບຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 47, ຕອນເຊົ້າວັນທີ 11 ສິງຫາ, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ລັດຖະບັນຍັດບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ (ສະບັບປັບປຸງ).

ຄະນະປະຈຳສະພາແຫ່ງຊາດຄັ້ງທີ 47 ສືບຕໍ່ເຮັດວຽກ - ảnh 1ທີ່ກອງປະຊຸມ

(ພາບ: quochoi.vn)

ຄະນະປະຈຳສະພາແຫ່ງຊາດຢືນຢັນວ່າ, ເລື່ອງສ້າງນະໂຍບາຍ, ກົດໝາຍວ່າດ້ວຍບຸລິມະສິດສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດໃຫ້ສົບບູນແບບນັ້ນ ແມ່ນເພື່ອແນໃສ່ປະຕິຮູບເພື່ອຫັນເປັນລະບອບລະບຽບການທັດສະນະ “ປະຕິບັດນະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີ ແລະ ຄອບຄົວຜູ້ທີ່ມີຄຸມງາມຄວາມດີຕໍ່ການປະຕິວັດ”, “ປັບປຸງ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຜູ້ມີຄຸນງາມຄວາມດີ”. ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ໄດ້ສະເໜີຮັກສາ 12 ເປົ້າໝາຍຜູ້ທີ່ໄດ້ຮັບບຸລິມະສິດຕາມລັດຖະບັນຍັດທີ່ປະກາດໃຊ້ຄືໃນປະຈຸບັນ, ຍັງບໍ່ທັນເພີ່ມເຕີ່ມນະໂຍບາຍສຳລັບລຸ້ນທີ 3 ຖືກຕິດທາດພິດສີສົ້ມ.

ກໍ່ທີ່ກອງປະຊຸມ, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດກໍ່ໄດ້ປຶກສາຫລືບາງເນື້ອໃນຄື: ເງື່ອນໄຂຮັບຮູ້ນັກຮົບເສຍສະຫຼະຊີວິດເພື່ອຊາດ, ລະດັບເງິນອຸດໜູນບຸລິມະສິດສຳລັບແມ່ຫວຽດນາມ ວິລະຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ