ຄະ​ນະ​ປະ​ຈຳສະ​ພາ​ແຫ່ງ​ຊາດ​ຄາດ​ວ່າ​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃນ​ວັນ​ທີ 20 ເມ​ສາ​ຈະ​ມ​າເຖິງ

(VOVWORLD) -ຕາມການຄາດຄະເນແລ້ວ, ກອງປະຊຸມຄັ້ງທີ 44 ຂອງຄະນະປະຈຳສະພາແຫ່ງຊາດ ຈະໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 20 ເມສາ. 
ຄະ​ນະ​ປະ​ຈຳສະ​ພາ​ແຫ່ງ​ຊາດ​ຄາດ​ວ່າ​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃນ​ວັນ​ທີ 20 ເມ​ສາ​ຈະ​ມ​າເຖິງ - ảnh 1ພາບປະກອບ: QUOCHOI.VN 

ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການລົງທຶນຕາມຮູບການການຄູ່ຮ່ວມມືພາກລັດ - ເອກະຊົນ, ຮ່າງກົດໝາຍວ່າດ້ວຍຊາວໜຸ່ມ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍຜູ້ອອກແຮງງານ ຫວຽດນາມໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ (ສະບັບປັບປຸງ)…

ຄະນະປະຈຳສະພາແຫ່ງຊາດກໍ່ຈະປະກອບຄຳເຫັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນຄັ້ງທີ 9 ຂອງສະພາແຫ່ງຊາດ, ຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດ ປີ 2021 ຂອງສະພາແຫ່ງຊາດ, ບົດລາຍງານຂອງ ລັດຖະບານກ່ຽວກັບ ການປະຢັດ, ຕ້ານການຟຸມເຟືອຍໃນປີ 2019. ຄະນະປະຈຳສະພາແຫ່ງຊາດ ຄາດວ່າຈະປະກອບຄຳເຫັນໃສ່ໃບຍື່ນສະເໜີຕໍ່ສະພາແຫ່ງຊາດໃຫ້ສັດຕະຍາບັນ: ສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA)…

ຄະນະປະຈຳສະພາແຫ່ງຊາດຍັງຈະຕໍ່ເວລາ ປະຊຸມຕື່ມອີກ 2 ມື້ເຄິ່ງ ເພື່ອພິຈາລະນາບັນດາເນື້ອໃນ ຖ້າຫາກມີເງື່ອນໄຂຄົບຖ້ວນ ທີ່ກ່ຽວຂ້ອງເຖິງຮ່າງກົດໝາຍ, ຮ່າງມະຕິຂອງສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ