ຄະນະປະຈຳສະພາແຫ່ງຊາດຊຸດທີ 14 ຈະຈັດກອງປະຊຸມຄັ້ງທີ 3 ໃນລະຫວ່າງວັນທີ 12 – 22/09

ຄະນະປະຈຳສະພາແຫ່ງຊາດຊຸດທີ 14 ຈະຈັດກອງປະຊຸມຄັ້ງທີ 3 ໃນລະຫວ່າງວັນທີ 12 – 22/09 - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ຄາດ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອ​ງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ຈະ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້​າ​ວັນ​ທີ 12/09. ນີ້​ແມ່ນກອງ​ປະ​ຊຸມ​ສຳ​ຄັນເພື່ອ​ກະ​ກຽມ​ໃຫ້ບັນ​ດ​າ​ເນື້ອ​ໃນໃຫ້​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14 ຈະ​ຖືກ​ໄຂ​ຂຶ້ນ​ໃນ​ເດືອນ 10/2016. ກອງ​ປະ​ຊຸມ​ຖືກ​ດຳ​ເນີນ​ຮອດ​ວັນ​ທີ 22/09, ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ສະ​ຫງວນ​ເວ​ລ​າ​ສ່ວນ​ຫຼາຍໃຫ້​ວຽກ​ງານ​ສ້າງ​ກົດ​ໝາຍ. ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ໃຫ້​ຄຳ​ເຫັນ​ໃສ່​ບັນ​ດາ​ຮ່າງ​ກົ​ດ​ໝາຍ​ຄື: ​ກົດ​ໝາຍ​ວ່າ​ດ້ວຍ​ຊົນ​ລະ​ປະ​ທານ; ກົດ​ໝາຍ​ວ່າ​ດ້ວຍ​​ທາງລົດ​ໄຟ (ສະ​ບັບ​ປັບ​ປຸງ); ​ປັບ​ປຸງ, ເພີ່ມ​ເຕ​ີ່ມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດໝາຍ​ວ່າ​ດ້ວຍຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ… ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຈະ​ໃຫ້​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານວຽ​ກ​ງານ​ປີ 2016 ຂອງ​ປະ​ທານ​ສານ​ປະ​ຊາ​ຊົນສູງ​ສຸດ, ຫົ​ວ​ໜ້າ​​ໄ​ອ​ຍະ​ການປະ​ຊາ​ຊົນ​ສູງ​ສຸດ, ບັນ​ດາ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດ​​ຊະ​ຍາ​ກຳ ແລະ ລະ​ເມີດ​ກົດໝາຍ…

ຂ່າວ/ບົດ​ອື່ນ