ຄະນະປະຈຳສະພາແຫ່ງຊາດຊຸດທີ 14 ປະກອບຄຳເຫັນໃສ່ຮ່າງກົດໝາຍສອງສະບັບ

(VOVWORLD) - ວັນທີ 14 ສິງຫາ, ໃນກອງປະຊຸມຄັ້ງທີ 13 , ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບບາງບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການປ້ອງ ແລະ ພັດທະນາປ່າ ( ສະບັບປັບປຸງ ) ແລະ ກົດໝາຍວ່າດ້ວຍສິນໃນນ້ຳ ( ສະບັບປັບປຸງ ). 
ຄະນະປະຈຳສະພາແຫ່ງຊາດຊຸດທີ 14 ປະກອບຄຳເຫັນໃສ່ຮ່າງກົດໝາຍສອງສະບັບ - ảnh 1 ຄະນະປະຈຳສະພາແຫ່ງຊາດຊຸດທີ 14 ປະກອບຄຳເຫັນໃສ່ຮ່າງກົດໝາຍສອງສະບັບ (ພາບ: TTXVN)

ໃນການປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ພັດທະນາປ່າ ສະບັບປັບປຸງ, ບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດ ສະເໜີວ່າຄວນຕັ້ງຊື່ກົດໝາຍ ເປັນກົດໝາຍປ່າໄມ້, ຜ່ານນັ້ນຢັ້ງຢືນວ່າ ປ່າໄມ້ແມ່ນຂະແໜງເສດຖະກິດ-ເຕັກນິກ. ບັນດາເນື້ອໃນທີ່ສະມາຊິກສະພາແຫ່ງໄດ້ປຶກສາຫາລື ລວມມີການຈັດແບ່ງປະເພດປ່າ; ການເປັນເຈົ້າຂອງປ່າ, ການມອບປ່າ, ການໃຫ້ເຊົ່າປ່າ…

       ກ່ຽວກັບຮ່າງກົດໝາຍວ່າດ້ວຍສິນໃນນ້ຳ ( ສະບັບປັບປຸງ ), ຜ່ານການປຶກສາຫາລື, ຄຳເຫັນປະກອບຂອງຄະນະປະຈຳສະພາແຫ່ງຊາດ ຢືນຢັນວ່າ ຈຳເປັນຕ້ອງມີກຳລັງກວດກາຊາວປະມົງ. ບັນດາເນື້ອໃນອື່ນຂອງຮ່າງກົດໝາຍຄື: ແຫຼ່ງການເງິນໃນການປ້ອງກັນ ແລະ ພັດທະນາແຫຼ່ງຜົນປະໂຫຍດສິນໃນນ້ຳ; ກອງທຶນປ້ອງກັນ ແລະ ພັດທະນາແຫຼ່ງຜົນປະໂຫຍດສິນໃນນ້ຳ; ນະໂຍບາຍຂອງລັດໃນການເຄື່ອນໄຫວກ່ຽວກັບສິນໃນນ້ຳ…

ຕອບກັບ

ຂ່າວ/ບົດ​ອື່ນ