ຄະນະປະຈຳສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍ ສຳມະໂນຄົວ

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍ ສຳມະໂນຄົວ - ảnh 1
(ວາລະ​ປະຊຸມ​ທີ 11 ຄະນະປະ​ຈຳ​ສະພາ​ແຫ່ງ​ຊາດ)

(vovworld) - ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ທີ 11, ຕອນ​ເຊົ້າ​ວັນ​ທີ 13/9, ຄະນະປະ​ຈຳ​ສະພາ​ແຫ່ງ​ຊາດ​​ໄດ້​ປະກອບ​ຄວາມ​ເຫັນ​ຄັ້ງ​ທຳ​ອິດ​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ຄົວ. ຄະນະປະ​ຈຳ​ສະພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ຕໍ່​ຄວາມ​ຈຳ​ເປັນ​ຕ້ອງ​ປະກາດ​ໃຊ້ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ຄົວ ​ເພື່ອ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ​ເປັນ​ຢ່າງ​ດີ​ກໍ່​ຄື​ວາງ​ແຜນ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ສັງຄົມ, ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ; ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນ​ປະຕິບັດ ​ແລະ ປົກ​ປ້ອງ​ສິດ, ຜົນ​ປະ​ໂຫຍ​ດອັນ​ສອບທຳຂອງ​ຕົນ. ຄະນະປະ​ຈຳ​ສະພາ​ແຫ່ງ​ຊາດຖື​ວ່າ, ມີ​ຂໍ້​ກຳນົດ​ຫຼາຍ​ຂໍ້​ໃນ​ຮ່າງ​ກົດໝາຍ​ມີ​ການ​ພົວພັນ​ຢ່າງ​ແໜ້ນ​​ແຟ້ນ​ເຖິງ​ບັນດາ​ເອກະສານ​ນິຕິ​ກຳ​ອື່ນໆ​ຄື:ກົດໝາຍ​ວ່າ​ດ້ວຍ​ພົນລະ​ເຮືອນ, ກົດໝາຍ​ວ່າ​ດ້ວຍ​ສົມລົດ ​ແລະ ຄອບຄົວ, ກົດໝາຍ​ວ່າ​ດ້ວຍສັນຊາດ, ກົດໝາຍ​ວ່າ​ດ້ວຍ​ຢູ່​ອາ​ໄສ, ກົດໝາຍວ່າ​ດ້ວຍ​ພະນັກງານ; ກົດໝາຍວ່າ​ດ້ວຍ ລັດຖະກອນ, ກົດໝາຍວ່າ​ດ້ວຍລຽງ​ລູກລ້ຽງ…. ດັ່ງ​ນັ້ນ​ຄວນ​ມີ​ການ​ກວດກາ ​ເພື່ອ​ໃຫ້​ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ຄົວ​ຮັບປະກັນ​ລັກສະນະ​ເອກະ​ພາບ, ຄົບ​ຊຸດ ກັບ​ບັນດາ​ກົດໝາຍ​ດັ່ງກ່າວ.

 

 

 

 

ຂ່າວ/ບົດ​ອື່ນ