ຄະນະປະຈຳສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການມອບໂອນເຕັກໂນໂລຊີ(ສະບັບປັງປຸ່ງ)

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການມອບໂອນເຕັກໂນໂລຊີ(ສະບັບປັງປຸ່ງ) - ảnh 1
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລືວ ກ່າວ​ຄຳ​ເຫັນ​ທີ່
ກອ​ງ​ປະ​ຊຸມ

(vovworld)- ສືບ​ຕໍ່​ກອງ​ປ​ະ​ຊຸມ​ຄັ້ງ​ທີ 8, ຕອນ​ເຊົ້າ​ວັນ​ທີ 16/3, ຄະ​ນ​ະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນ​ຫາ​ໃຫຍ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ (ສະ​ບັບ​ປັບ​ປຸງ). ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ເປັນ​ເອ​ກະ​ພາບ​ຫລາຍ​ເນື້ອ​ໃນ​ໃນ​ບົດ​ລາຍ​ງານ​ອະ​ພິ​ປາຍ, ຮັບ​ເອົາ, ປັບ​ປຸງ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ, ພ້ອມ​ທັງ​ສະ​ເຫນີ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ສຳ​ຫລວດກວດ​ກາ​ເພື່ອ​ຮັບ​ປະ​ກັນ​ເປັນ​ເອ​ກະ​ພາບ​ກັບ​ລະ​ບົບ​ກົດ​ໝາຍ, ຮັບ​ປະ​ກັນ​ລັກ​ສະ​ນະ​ຄວາມ​ເປັນ​ໄປ,ລະ​ອຽດ​, ຫລີກ​ລ້ຽງ​ການ​ກຳ​ນົດ​ແບບ​ລວມໆ. ທີ່​ການ​ວາ​ລະ​ເຮັດ​ວຽກ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄ​ຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ​ສາ​ປ່າ (ສະ​ບັບ​ປັບ​ປຸງ) ຄາດ​ວ່າ​ຈະ​ຍື່ນ​ສະ​ເຫນີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ເປັນ​ຄັ້ງ​ທຳ​ອິດ​ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 3 ຈະ​ມາ​ເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ