ຄະນະປະຈຳສະພາແຫ່ງຊາດປະກອບຄຳຄິດເຫັນຄັ້ງທີ 2 ໃສ່ຮ່າງກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານ - ເສດຖະກິດພິເສດ

(VOVWORLD) -ບົດບາດໜ້າທີ່ ແລະ ສິດອຳນາດຕ້ອງມີຈຸດແຕກຕ່າງກັນເໝາະສົມກັບລັກສະນະສະເພາະຂອງຫົວໜ່ວຍບໍລິຫານເສດຖະກິດພິເສດ ແລະ ສອດຄ່ອງກັບລັດຖະທຳມະນູນ.

ຄະນະປະຈຳສະພາແຫ່ງຊາດປະກອບຄຳຄິດເຫັນຄັ້ງທີ 2 ໃສ່ຮ່າງກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານ - ເສດຖະກິດພິເສດ - ảnh 1

ບັນຍາກາດຂອງກອງປະຊຸມປະກອບຄຳຄິດເຫັນຄັ້ງທີສອງຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ (ພາບ: VGP/Nguyen Hoang)

ສືບຕໍ່ກອງປະຊຸມ ຄັ້ງທີ 23, ຕອນເຊົ້າວັນທີ 16 ເມສາ, ທີ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດຫວຽດນາມໄດ້ປະກອບຄຳຄິດເຫັນຄັ້ງທີ 2 ກ່ຽວກັບບັນດາບັນຫາທີ່ຍັງບໍ່ທັນເປັນເອກະພາບກັນຂອງຮ່າງກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານ - ເສດຖະກິດພິເສດ 2.

        ເຂດບໍລິຫານ - ເສດຖະກິດພິເສດ 03 ແຫ່ງ ຈະໄດ້ກໍ່ສ້າງຢູ່ຫວຽດນາມ ແມ່ນຢູ່ເວີນດົນ ( ແຂວງກວາງນິງ), ບັກເວີນດົນ (ແຂວງ ແຄ໋ງຮວ່າ) ແລະ ຟຸກັວກ ( ແຂວງກຽນຢາງ). ກ່ອນໜ້ານັ້ນ, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານ - ເສດຖະກິດພິເສດທີ່ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ (ໃນວັນທີ 04 ເມສາ) ຜ່ານມາ, ບັນດາຜູ້ແທນເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ ກ່ຽວກັບການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນຢູ່ເຂດພິເສດຕ້ອງຮັບປະກັນລັກສະນະກະທັດຮັດ; ບົດບາດໜ້າທີ່ ແລະ ສິດອຳນາດຕ້ອງມີຈຸດແຕກຕ່າງກັນເໝາະສົມກັບລັກສະນະສະເພາະຂອງຫົວໜ່ວຍບໍລິຫານເສດຖະກິດພິເສດ ແລະ ສອດຄ່ອງກັບລັດຖະທຳມະນູນ.

        ຕອນບ່າຍຂອງວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດກໍໄດ້ໃຫ້ຄຳຄິດເຫັນໃສ່ໂຄງການສ້າງກົດໝາຍ ແລະ ລັດຖະບັນຍັດໃຫ້ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ