ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ຄົວ

ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ຄົວ - ảnh 1

ທ່ານ ຫງວຽນກິມຄວາ, ຫົວໜ້າກຳມາທິການປ້ອງກັນຊາດ -
ປ້ອງກັນຄວາມສະຫງົບຂອງ ສະພາແຫ່ງຊາດ ກ່າວຄຳເຫັນທີ່ວາລະປະຊຸມ
(ພາບ: Dương Giang/TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 24/4, ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 27, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ຄົວ. ​ໃບ​ສະ​ເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ຄົວ ​ໄດ້​ຮັບ​ການ​ຮຽບຮຽງ​ເພື່ອ​ແນ​ໃສ່​ສ້າງ​ພື້ນຖານ​ດ້ານ​ນິຕິ​ກຳ​ເປັນ​ປົກກະ​ຕິ, ຍາວ​ນານ, ​ເປັນ​ເອກະສັນ​ທາງດ້ານ​ວຽກ​ງານ​ຈົດ​ທະບຽນ, ຄຸ້ມ​ຄອງ​ສຳມະ​ໂນ​ຄົວ​ຕາມ​ທິດ​ຫັນ​ເປັນ​ອາຊີບ, ທັນ​ສະ​ໄໝ, ຮັບປະກັນ​ຄວາມ​ສະດວກ​ໃຫ້​ແກ່​ວຽກ​ງານ​ປະຕິບັດ​ສິດ​ຈົດ​ທະບຽນ ສຳມະ​ໂນ​ຄົວ​ຂອງ​ປະຊາຊົນ​ຕາມ​ຂໍ້​ກຳນົດ​ຂອງປະມວນ​ກົດໝາຍແພ່ງ.

    ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ຄົວ​ກຳນົດ​ບັນດາ​ບັນຫາ​ກ່ຽວ​ກັບ​ສິດ​ອຳນາດ, ລ້ຳດັບ, ລະບຽບ​ການ​ຈົດ​ທະບຽນ​ບັນດາ​ວຽກ​ງານ​ກ່ຽວ​ກັບ​ສຳມະ​ໂນ​ຄົວ​ຂອງ​ປະຊາຊົນ​ເປັນ​ຕົ້ນ.

    ຄຳ​ເຫັນ​ສ່ວນ​ຫຼາຍ​ໄດ້​ຕີ​ລາຄາ​ເນື້ອ​ໃນ​ຮ່າງ​ກົດໝາຍຫັນ​ຂໍ​້ກຳນົດ​​ໃໝ່​ຂອງ​ລັດຖະທຳ​ມະນູນ​ກ່ຽວກັບ​ສິດ​ຂອງ​ພົນລະ​ເມືອງ, ສິດທິ​ມະນຸດ​ເປັນລະບອບບັນຍັດໂດຍ​ພື້ນຖານ, ຮັບປະກັນ​ລັກສະນະ​ເອກະ​ພາບ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ຈະ​ມາ​ເຖິງ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 24/4, ກ່ອນ​ທີ່​ອັດ​ວາລະ​ປະຊຸມ​ຄັ້ງ​ທີ 27, ບັນດາ ສສຊ ​ໄດ້​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ບັດປະຈຳຕົວ. ນີ້​ແມ່ນ​ຮ່າງ​ກົດໝາຍ​ເພື່ອ​ແນ​ໃສ່​ຫັນ​ລະບຽບ​ການ​ບໍລິຫານ​ເປັນ​ງ່າຍດາຍ, ປະຕິບັດ​​ແຜນ​ຮ່າງ​ຂອງ​ລັດຖະບານ​ເອ​ເລັກ​ໂຕ​ນິກ​​ເທື່ອ​ລະ​ກ້າວ.

ຂ່າວ/ບົດ​ອື່ນ