ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ບັນດາຮ່າງກົດໝາຍ

ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ບັນດາຮ່າງກົດໝາຍ - ảnh 1
ວາລະປະຊຸມຄັ້ງທີ 30 ຄະນະປະຈຳສະພາແຫ່ງຊາດ
(ພາບປະກອບ)

(vovworld) – ​ໂດຍ​ສືບ​ຕໍ່ວາລະ​ປະຊຸມ​ຄັ້ງ​ທີ 30, ຕອນ​ເຊົ້າ​ວັນ​ທີ 12/8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະບັບ​ປັບປຸງ) ​ແລະ ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ສອນ​ວິຊາ​ຊີບ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເປັນ​ປະທານ​ວາລະ​ປະຊຸມ.

    ​ເມື່ອ​ປຶ​ກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະບັບ​ປັບປຸງ), ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສ່ວນ​ຫຼາຍ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ບັນດາ​ເນື້ອ​ໃນ​ໄດ້​ຮັບ​ການ​ຮັບ​ຮູ້, ປັບປຸງ. ​ໃນ​ນັ້ນ, ​ເນື້​ອ​ໃນ​ກ່ຽວ​ກັບ​ເຮືອ​ນຢູ່​ສັງຄົມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ສະມາຊິກ​​ສະພາ​ແຫ່ງ​ຊາດ​ຫຼາຍ​ທ່ານ. ​ເລື່ອງ​ສ້າງ​ຕັ້ງ​ກອງ​ທຶນ​ພັດທະນາ​ເຮືອນຢູ່​ສັງຄົມ​ແມ່ນ​ເພື່ອ​ສ້າງ​ການ​ລະດົມ​ທຶນ ດ້ວຍ​ດອກ​ເບ້ຍ​ພິ​ເສດ, ​ເປັນ​ປົກກະຕິ ​ແລະ ​ໄລ​ຍະ​ເວລາ​ໃຫ້​ກູ້​ຢືມຍາວ​​ຂອງ​ບັນດາ​ທ້ອງ​ຖີ່​ນມີ​ຄວາມ​ຕ້ອງການ​ສູງ​ກ່ຽວ​ກັບ​ເຮືອນ​ຢູ່​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນດາ​ເປົ້າ​ໝາຍ​ປະສົບຄວາມ​ຫຍຸ້ງຍາກ​ກ່ຽວ​ກັບ​ເຮືອນ​ຢູ່ ​ໄດ້​ກູ້​ຢືມ​ທຶນ​ຈາກ​ກອງ​ທຶນ​ດັ່ງກ່າວ​ເພື່ອ​ຊື້, ​ເຊົ່າ​ເຮືອນ​ຢູ່​ສັງຄົມ ຫຼື ໜູນ​ຊ່ວຍ​ບັນ​​ດາ​ວິ​ສາ​ຫະກິດ​ກູ້​ຢືມ​ທຶນ​ເຂົ້າ​ຮ່ວມ​ການ​ພັດທະນາ​ເຮືອນ​ຢູ່​ສັງຄົມ.

    ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ່​ໄດ້​ປຶກສາ​ຫາລື ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ປັບປງ, ​ເພີ່ມ​ເຕີ​ມບາງ​ມາ​ດຕາຂອງ​ກົດໝາຍວ່າ​ດ້ວຍ​ການ​ສອນ​ວິຊາ​ຊີບ​, ມີ​ຫຼາຍ​ຄຳ​ເຫັນ​ເຫັນ​ດີ​ກັບ​ເລື່ອງ​ປ່ຽນ​ຊື່ ​ແລະ ​ເປີດ​ກ້ວາງ​ຂອບ​​ເຂດ, ​ເປົ້າ​ໝາຍ​ປັບປຸງ​ຈາກ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່​ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ສອນ​ວິຊາ​ຊີ​ບ ​ເປັນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ອາຊີບ. ຕາມ​ນັ້ນ​ແລ້ວ, ຂອບ​​ເຂດ ​ແລະ ​ເປົ້າ​ໝາຍ​ປັບປຸງ​ຂອງ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ສຶກສາ​ອາຊີບ ຈະ​ໄດ້​ຮັບ​ການ​ເປີດ​ກ້ວາງ, ລວມທັງ​ຂັ້ນ​ອາຊີວະ​ຊັ້ນ​ກາງ ​ແລະ ສອນ​ວິຊາ​ຊີບ, ​ເພື່ອລວບ​ລວມຂົງ​ເຂດ​ສຶກສາ​ອາຊີບ​ທັງໝົດ.


ຂ່າວ/ບົດ​ອື່ນ