ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ

ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ - ảnh 1
ວາ​ລະ​ປະ​ຊຸມ​ຄັ້ງ​ທີ 34, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 13
(ພາບ: baomoi.com)

(vovworld) – ໂດຍ​ສືບ​ຕໍ່​ລາຍການ​ເຮັດ​ວຽກ​ຂອງວາ​ລະ​ປະ​ຊຸມ​ຄັ້ງ​ທີ 34, ຕອ​ນ​ເຊົ້າ​ວັນ​ທີ 20/1, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 13 ໄດ້​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ.

        ບົນ​ພື້ນ​ຖານ​ການ​ຄົ້ນ​ຄ້​ວາ ແລະ ຮັບ​ເອົາ​ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແລ້ວ, ​ທາບ​ທາມ​ບົດ​ຮຽນ​ຂອງ​ບາງ​ປະ​ເທດ​ໃນ​ໂລກ, ​ຄະ​ນະ​ປະ​ຈຳ​​ກຳ​ມາ​ທິ​ການ​ກົ​ດ​ໝາຍ ແລະ ອົງ​ການ​ເປັນ​ເຈົ້າ​ການ​ຮຽບ​ຮຽງ​ສະ​ເໜີ 2 ວິ​ທີ​ການ​ກ່ຽວ​ກັບ​ຮູບ​ແບບອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ. ບາງ​ຄຳ​ເຫັນ​ເຫັນ​ດີ​ຕໍ່​ວິ​ທີ​​ທີ 1, ຕາມນັ້ນ​ແລ້ວ, ຢູ່​ເຂດ​ຊົນ​ນະ​ບົດ, ຈະ​ຈັດ​ຕັ້ງ​ສະ​ພາ​ປະ​ຊາ​ຊົນ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ຢູ່ 3 ຂັ້ນ​ແມ່ນ​ແຂວງ, ເມືອງ, ຕາ​ແສງ. ຢູ່​ບັນ​ດາ​ຕົວ​ເມືອງ, ພຽງ​ຈັດ​ຕັ້ງ​ສະ​ພາ​ປະ​ຊາ​ຊົນ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຢູ່​ບັນ​ດາ​ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ, ເທດ​ສະ​ບານ​ເມືອງ, ນະ​ຄອນ​ຂຶ້ນ​ກັບ​ແຂວງ ແລະ ຫົວ​ໜ່​ວຍ​ບໍ​ລິ​ຫານ​ທີ່​ທຽບ​ເທົ່າ​ເທົ່າ​ນັ້ນ. ສ່ວນບັນ​ດາ​ຕາ​ແສງ​ເຂດ​ຕົວ​ເມືອງ​​ພຽງ​ແຕ່ຈັ​ດ​ຕັ້ງ​ອົງ​ການ​ບໍ​ລິ​ຫານເທົ່າ​ນັ້ນ. ທ່ານ​ປະ​ທານ​ສະ​ພາ​ຊົນ​ເຜົ່າ​ຂອງ​ສະ​ພາ​ແຫ່ງ​ຊາດ ກະ​ຊໍ ເຟືອກ ເຫັນ​ດ​ີ​ເຫັ​ນ​ພ້ອມສູງ​​ຕໍ່​ວິ​ທີ​ການນີ້​ຍ້ອນ​ຖື​ວ່າ: ຢູ່​ເຂດ​ຕົວ​ເມືອງ, ການ​ຈັດ​ຕັ້ງ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ​ຈະ​ຮັບ​ປະ​ກັນ​ລັກ​ສະ​ນະ​ເອ​ກະ​ພາບ, ເຊື່ອມຕໍ່​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຜນ​ກຳ​ນົດ, ໂຄງ​ປະ​ກອບ​ໂຄງ​ລ່າງ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ​​ເຮັດ​ໃຫ້​ກົງ​ຈັກ​ລັດກະ​ທັດ​ລັດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ດ້ວຍ​ທັດ​ສະ​ນະ​ຢູ່​ບ່ອນ​ໃດ​ມີ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ຢູ​່ບ່ອນ​ໃດ​ມີອ​ຳ​ນາດ​ການ​ປົກ​ຄອງ ຢູ່​ບ່ອນນັ້ນ​ຕ້ອງ​ມີ​ສະ​ພາ​ປະ​ຊາ​ຊົນ​ເພື່ອ​ຕິດ​ຕາມກວດ​ກາ​ການ​ເຄື່ອນ​ໄຫວ, ຫົວ​ໜ້າ​ກຳ​ມາ​ທິ​ການ​ການ​ເງິນ - ງົບ​ປະ​ມານ​ຂອງ​ສະ​ພາ​ແຫ່ງ​ຊາດ, ທ່ານ ຟູ່ງກວກ​ຫຽນ ແລະ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ບາງ​ທ່ານ ເຫັນ​ດີ​​ຕໍ່​ວິ​ທີ​ທີ 2 ແມ່ນ​ສືບ​ຕໍ່​ກຳ​ນ​ົດ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຢູ່​ທຸກໆ​ຫົວ​ໜ່ວຍ​ບໍ​ລິ​ຫານ, ທັງ​ເຂດຊົນ​ນະ​ບົດ ແລະ ເຂດ​ຕົວ​ເມືອງ.


ຂ່າວ/ບົດ​ອື່ນ