ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍອາຍາ(ສະບັບປັບປຸງ)

ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍອາຍາ(ສະບັບປັບປຸງ) - ảnh 1
ວາ​ລະ​ປະ​ຊຸມ​ຄັ້ງ​ທີ 37 ຂອງ​ສະ​ພາ​ແຫ່ງ​ຊາດ
(ພາບ: nhandan.com.vn)

(vovworld) –  ​ໂດຍ​ສືບ​ຕໍ່​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 37, ຕອນ​ເຊົ້າ​ວັນ​ທີ 7/4, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ປະ​ມວນ​ກົດ​ໝາຍ​ອາ​ຍາ (ສະ​ບັບ​ປັບ​ປຸງ). ຕາມ​ໃບ​ສະ​ເໜີ​ຂອງ​ລັດ​ຖະ​ບານ​ແລ້ວ, ຮ່າງ​ປະ​ມວນ​ກົດ​ໝາຍ​ອາ​ຍາ (ສະ​ບັບ​ປັບ​ປຸງ) ໄດ້​ເພີ່ມເຕີມ 87 ມາດ​ຕາ​ເມື່ອ​ທຽບ​ໃສ່​ປະ​ມວນ​ກົດ​ໝາຍ​ທີ່​ພວມ​ປະ​ກາດ​ໃຊ້, ປັບ​ປຸງ 370 ມາດ​ຕາ ແລະ ຍົກ​ເລີກ 8 ມາ​ດ​ຕາ. ບັນ​ດາ​ການ​ປັບ​ປຸງ, ເພີ່ມ​ເຕີມ​ຄັ້ງ​ນີ້​ໄດ້​ປະ​ກອບ​ສ່ວນ​ປົກ​ປ້ອງ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ ແລະ ລັກ​ສະ​ນະ​ມຸງ​ໄປ​ສູ່​ຄວາມ​ເມດ​ຕາ​ຈິດ​ໃນ​ການ​ຕັດ​ສິນ​ລົງ​ໂທດ​ອາດ​ຊະ​ຍາກ​ຳ, ເຄົາ​ລົບ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​, ສິດ​ພົນ​ລະ​ເມ​ືອງ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ຢ່າງ​ຄົບ​ຖ້ວນ, ສະ​ແດງ​ຈິດ​ໃຈ​ປ່ຽນ​ໃໝ່​ທັດ​ສະ​ນະ​ກ່ຽວ​ກັບ​ອາດ​ຊະ​ຍາ​ກຳ ແລະ ການ​ລົງ​ໂທດ. ທ່ານ​ຫົວ​ໜ້າ​ກຳ​ມາ​ທິ​ການ​ການ​ເງິນ - ງົບ​ປະ​ມານ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຟູ່ງກວກ​ຫຽນ​ ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ການ​ກຳ​ນົດ​ທິດ​ຫລຸດ​ຜ່ອນ​ກໍ​ລະ​ນີ​​ຕັດ​ສິນ​ໂທດປະ​ຫານ​ຊີ​ວິດ​ເພື່ອ​ແນ​ໃສ່​ສະ​ແດງ​ນ້ຳ​ໃຈ​ເມດ​ຕາ​ຈິ​ດ​ຂອງ​ລັດ ແລະ ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ​ປະ​ຕິ​ຮູບ​ຕຸ​ລາ​ການ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ປະ​ກອບ​ຄຳ​ເຫັນ​​ໃສ່ຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ອາ​ຍາ (ສະ​ບັບ​ປັບ​ປຸງ).

 


ຂ່າວ/ບົດ​ອື່ນ