ຄະນະປະຈຳສະພາແຫ່ງຊາດໃຫ້ຄວາມເຫັນໃສ່ດຳລັດກ່ຽວກັບການຄຸ້ມຄອງພາຫະນະອຸປະກອນການແພດ

ຄະນະປະຈຳສະພາແຫ່ງຊາດໃຫ້ຄວາມເຫັນໃສ່ດຳລັດກ່ຽວກັບການຄຸ້ມຄອງພາຫະນະອຸປະກອນການແພດ - ảnh 1
ວາລະ​ປະຊຸມ​ເທື່ອ​ທີ 41ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບອິນເຕີແນດ)


(vovworld) – ​ໂດຍ​ສືບ​ຕໍ່ລາຍການ​ເຮັດ​ວຽກ​ຂອງ​ວາລະ​ປະຊຸມ​ເທື່ອ​ທີ 41, ຕອນ​ເຊົ້າ​ວັນ​ທີ 17/9, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄວາມ​ເຫັນ​ໃສ່​ດຳລັດກ່ຽວ​ກັບການ​ຄຸ້ມ​ຄອງພາຫະນະ​ອຸປະ​ກອນ​ການ​ແພດ. ​ໃບ​ສະ​ເໜີ​ຂອງ​ລັດຖະບານ​ຢືນຢັນ​ວ່າ ການ​ກໍ່ສ້າງ ​ແລະ ປະກາດ​ໃຊ້​ດຳລັດ​ກ່ຽວກັບພາຫະນະ​ອຸປະ​ກອນ​ການ​ແພດ​ແມ່ນ​ສຳຄັນ ​ແລະ ມີ​ຄວາມຈຳ​ເປັນ, ຍ້ອນ​ວ່າ, ນີ້​ແມ່ນ​ສິນຄ້າ​ພິ​ເສດ​ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​​ເຖິງ​ສຸຂະພາບ​ມະນຸດ ​ແລະ ແມ່ນໜຶ່ງ​ໃນ​ບັນດາ​ປັດ​ໃຈ​ສຳຄັນ​ທີ່​ຕັກ​ສິນ​ປະສິດທິ​ຜົນ, ຄຸນ​ນະພາ​ບຂອງ​ວຽກ​ງານ​ການ​ແພດ, ໜູນ​ຊ່ວຍ​ໃຫ້​ທ່ານໝໍ​ໃນ​ການບົ່ງມະຕິ ແລະ ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ຄົນ​ເຈັບຢ່າງຊັດ​ເຈນ, ວ່ອງ​ໄວ, ປອດ​ໄພ ​ແລະ ມີ​ປະສິດທິ​ຜົນ. ຮ່າງ​ດຳລັດລວມມີ 11 ພາກ ​ແລະ 71 ມາດຕາ.

​​ຜ່ານ​ການ​ປຶກສາ​ຫາລື, ທີ​ຫຼາຍຄວາມ​ເຫັນ​​ໃນ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ເຫັນ​ດີ​ໂດຍ​ຖື​ວ່າ: ຕ້ອງ​ປະກາດ​ໃຊ້​ເອກະສານ​ນິຕິ​ກຳ ​ເພື່ອ​ຄຸ້ມ​ຄອງ​ບັນດາ​ເນື້ອ​ໃນ​ໃນ​ການ​ຄຸ້ມຄອງພາຫະນະ​ອຸປະ​ກອນການ​ແພດ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ, ​ເພາະວ່າ ນີ້​ແມ່ນ​ບັນ​ຫາ​ສຳຄັນ ​ກ່ຽວ​ຂ້ອງ​​ໂດຍ​ກົງ​ເຖິງ​ມະນຸດ, ​ແມ່ນ​ການ​ຫັນ​ເປັນ​ລະອຽດ​ສິດ​ຂອງ​ມະນຸດ, ສິດ​ພົນລະ​ເມືອງ​ທີ່​ໄດ້​ກຳນົດ​ໃນ​ລັດຖະທຳ​ມະນູນ​ປີ 2013.

 

ຂ່າວ/ບົດ​ອື່ນ