ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງ(ສະບັບປັບປຸງ)

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງ(ສະບັບປັບປຸງ) - ảnh 1
ວາລະປະຊຸມຄັ້ງທີ 38 ຂອງຄະນະປະຈຳສະພາແຫ່ງຊາດ
(ພາບ: Xuân Hải)


(vovworld) – ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 38, ຕອນ​ເຊົ້າ​ວັນ​ທີ 12/5, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ປະມວນກົດ​ໝາຍ​ແພ່ງ (ສະບັບ​ປັບປຸງ) ພາຍຫຼັງ​ໄດ້​ຮັບ​ເອົາ​ຄຳ​ເຫັນ, ​ປັບປຸງບົນ​ພື້ນຖານ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຈາກ​ປະຊາຊົນ. ທີ່​ວາລະ​ປະຊຸມ, ລັດຖະບານ​ຍື່ນ​ສະ​ເໜີ​ຕໍ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້ຄຳ​ເຫັນ ກ່ຽວ​ກັບ​ຮ່າງ​ປະມວນ​ກົດໝາຍ​ແພ່ງ (ສະບັບ​ປັບປຸງ), ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ໃນ 10 ບັນຫາ​ໃຫຍ່ທີ່​ໄດ້​ຮັບ​ການກຳນົດ​ຈາກ​ລັດຖະບານ ​ແມ່ນ​ຈຸດ​ສຸມ​ໃນ​ວິວັດ​ການ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນຄື ຂໍ້ກຳນົດ​ກ່ຽວກັບຄວາມ​ຮັບຜິດຊອບ​ຂອງ​ອົງກາ​ນທີ່​ມີສິດ​​ອຳນາດ​ໃນ​ການ​ປົກ​ປ້ອງ​ສິດ​ພົນລະ​ເຮືອນ; ຮູບ​ການ​ກຳມະສິດ; ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ການ​ທຸລະ​ກຳ​ພົນລະ​ເຮືອນ​ທີ່ບໍ່​ປະຕິບັດຕາມ​ຂໍ້ກຳນົດ ກ່ຽວ​ກັບ​ຮູບ​ການ; ດອກ​ເບ້ຍ​ໃນ​ສັນຍາ​ກູ້​ຢືມ… ນອກຈາກ​ນັ້ນ, ລັດຖະບານ​ກໍ​ຂໍ​ຄຳ​ເຫັນ​ຈາກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ 2 ບັນຫາ​ລະອຽດ ​ເຊິ່ງລວມມີ: ສິດ​ສຳລັບ​ຊື່, ນາມສະກຸນ; ສິດ​ໄດ້​ຮັບ​ການ​ປ່ຽນ​ເພດ. ທ່ານ ຟຸ່ງກ໋ວກຫຽນ, ຫົວ​ໜ້າ​​ກຳມາ​ທິການ​ການ​ເງິນ-ງົບປະມານ, ສະ​ເໜີ​ຮ່າງ​ປະມວນ​ກົດໝາຍ ຄວນ​ເພີ່ມ​ເຕີມ​ຂໍ້ກຳນົດ​ສະ​ແດງ​ໃຫ້​ເຫັນ​ນະ​ໂຍບາຍ​ລວມຂອງ​ລັດ​ສຳລັບ​ການ​ປ່ຽນ​ເພດ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ກົດ​ໝາຍ​ອື່ນຈະ​ກຳນົດ​ຢ່າງ​ລະອຽດ ກ່ຽວ​ກັບ​ເງື່ອນ​ໄຂ, ລຳດັບ, ລະບຽບ​ການ​ອະນຸຍາດ​ໃຫ້ການ​ປ່ຽນ​ເພດ ​ເມື່ອ​ມີ​ຄວາມ​ຈຳ​ເປັນ.

        ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ວາລະ​ປະຊຸມ​ໃຫ້​ຄຳ​ເຫັນ ກ່ຽວ​ກັບຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການລົງ​ປະຊາ​ມະຕິ​ ​ແລະ ພິຈາລະ​ນະ​ບົດ​ລາຍງານຂອງ​ລັດຖະບານ ກ່ຽວ​ກັບ​ຂໍ້​ກຳນົດ​ຢູ່​ມາດຕາ 60 ​ຂອງກົດໝາຍ​ວ່າ​ດ້ວຍ​ປະກັນ​ສັງຄົມ​ປີ 2014 ກ່ຽວ​ກັບ​ປະກັນ​ສັງຄົມ​​​ເທື່ອດຽວ.

ຂ່າວ/ບົດ​ອື່ນ