ຄະນະປະຈຳສະພາແຫ່ງຊາດໄຂວາລະປະຊຸມຄັ້ງທີ 10

ຄະນະປະຈຳສະພາແຫ່ງຊາດໄຂວາລະປະຊຸມຄັ້ງທີ 10 - ảnh 1
ທ່ານ Nguyen Sinh Hung ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເປັນປະທານ
ວາລະປະຊຸມຄັ້ງທີ 10 ຂອງຄະນະປະຈຳສະພາແຫ່ງຊາດ
ພາບ: VGP

(vovworld) -  ຕອນ​ເຊົ້າ​ວັນ​ທີ 13/8 ຢູ່ ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 10 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ Nguyen Sinh Hung ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ. ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ຊີ້​ແຈງ​ວ່າ: ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ປຶກສາ​ຫາລື​ບາງ​ບັນຫາ​ສຳຄັນ​ໃນຮ່າງ​ກົດໝາຍ 5 ສະບັບ ທີ່​ຍັງມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ ພ້ອມ​ທັງ​​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ອື່ນ 5 ສະບັບ ​ແລະ ບັນຫາ​ສຳຄັນ​ອື່ນ​ອີກ. ​

​​ເມື່ອ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາ​ຍປັບ​ປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທະນາຍຄວາມ, ຄຳ​ເຫັນ​ຂອງ​ຜູ້​​ແທນ​ສ່ວນ​ຫລາຍ​ສະ​ເຫ​ນີວ່າ: ຮ່າງ​ກົດໝາຍ​ຄວນ​ເພີ່ມ​ເຕີມ​ຂໍ້​ກຳນົດ​ພະນັກງານ, ລັດຖະກອນ​ທີ່​ພວມ​ສິດສອນດ້ານ​ກົດໝາຍ​ພຽງ​ໄດ້​ເຂົ້າ​ຮ່ວມ​ເປັນ​ທີ່​ປຶກສາ​ກ່ຽວ​ກັບ​ກົດໝາຍ, ບໍ່​ເຂົ້າ​ຮ່ວມ​ວິວັດ​ການ​ດຳ​ເນີນ​ຄະດີ. ທ່ານ​ນາງ Truong Thi Mai, ຫົວຫນ້າກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ປະກອບຄຳ​ເຫັນ​ວ່າ:

        “ປະຈຸ​ບັນ, ຫວຽດນາມ ພວມ​ຂາ​ດ​ແຄນ​ທະນາຍຄວາມ, ​ໃນ​ໄລຍະ 5 - 10 ປີ ຈະ​ມາ​ເຖິງ​ຈຶ່ງ​ສາມາດ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຢ່າງ​ພຽງພໍ​ໄດ້. ສະ​ນັ້ນ ຄວນ​ນຳ​ໃຊ້​ລັດຖະກອນ​ພວມ​ເຄ່ືອນ​ໄຫວ​ ​ແລະ ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນຫາ​ນີ້ ​ແຕ່​ບໍ່​ໃຫ້​ເຂົ້າ​ຮ່ວມ​ການ​ດຳ​ເນີນ​ຄະດີ.”

        ສຳລັບ​ການ​ກຳນົດ​ອອກ​ຫນັງສື​ອະນຸຍາດ​ແກ້ຄວາມ, ທ່ານ Nguyen Hanh Phuc ຫົວຫນ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຖື​ວ່າ: ຄວນ​ອະນຸຍາດ​ໃຫ້​ທະນາຍຄວາມ​ສຳ​ພັດ​ກັບ​ລາຍ​ຄະດີ​ນັບ​ແຕ່​ຫົວ​ທີ່ ​ແລະ ລົບ​ລ້າງ​ຂໍ້​ກຳນົດ​ອອກ​ຫນັງສື​ອະນຸຍາດ​ແກ້​ຄວາມ​ໃນ​ຮ່າງ​ກົດໝາຍ.

ຂ່າວ/ບົດ​ອື່ນ