ຄະນະປະຈຳອົງຄະນະພັກນະຄອນຮ່າໂນ້ຍ ດຳເນີນການຕຳນິຕິຊົມ ເພື່ອນສະຫຍາຍ

ຄະນະປະຈຳອົງຄະນະພັກນະຄອນຮ່າໂນ້ຍ ດຳເນີນການຕຳນິຕິຊົມ ເພື່ອນສະຫຍາຍ - ảnh 1
ການສຳ​ຫຼວດກວ​​ດກາຕຳ​ນິຕິ​ຊົມຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ
(ພາບ: TTXVN )

(vovworld) -     ວັນ​ທີ 4/9, ຄະນະ​ປະຈຳ​ອົງຄະ​ນະ​ພັກ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​​ສຳ​ຫຼວດກວ​​ດກາຕຳ​ນິຕິ​ຊົມຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ​ຕາມ​ເນື້ອ​ໃນ​ຈິດ​ໃຈມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ”. ກ່າວຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ຊີ້​ແຈ້ງວ່າ ຕ້ອງ​ຊາບຊຶມ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ​ເພາະ​ນີ້​ແມ່ນ​ສິ່ງ​ທີ່​ສັກກະ​ລະບູຊາ, ສຳຄັນ​ຍິ່ງ ບໍ່​ພຽງ​ແຕ່​ສຳ​ຫຼັບຄະນະ​ປະຈອົງຄະ​ນະ​ພັກຳ​ນະຄອນ ຫຼື ການ​ນຳ​ເທົ່າ​ນັ້ນ ຫາກ​ຍັງ​ສິຫຼັບ​ລະບອບ, ສຳ​ຫຼັບ​ທົ່ວ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ​ພາລະກິດ​ການ​ປະຕິວັດ​ທົ່ວ​ປວງ​ຊົນ​ທັງ​ຊາດ​ອີກ​ດ້ວຍ. ທ່ານ​ເລຂາທິການ​ໃຫຍ່ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຈິດ​​ໃຈ​ທີ່​ກົງ​ໄປ​ກົງ​ມາ ​ແລະ ​ເຂັ້ມ​ງວດ, ​ແນນ​ອນວ່າ​ອົງຄະ​ນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຈະ​ປະ​ຕິ​ບັດ​ການສຳ​ຫຼວດກວ​​ດກາຕຳ​ນິຕິ​ຊົມຕົນ​ເອງ ​ແລະ ຕຳ​ນິ້ຕິ​ຊົມ​ເພື່ອນ​ສະຫາຍບັນລຸ​​ປະ​ສິດທິ​ຜົນ​ຢ່າງ​ແທດ​ຈິງ ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນ​ນຳ​ໜ້າ​ໃນ​ທົ່ວ​ປະ​ເທດ​ໃນ​ການ​ປະຕິບັດ​ມະຕິ​ສຳຄັນ​ນີ້​ຂອງ​ພັກ​ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ