ຄະ​ນະ​ປະ​ຕ​ິ​ບັດ​ງານ UAE, ກາ​ຕາ ພົບ​ປະ​ຄັ້ງ​ທຳ​ອິດ​ພາຍຫຼັງໄດ້ຟື້ນ​ຟູ​ການ​ພົວ​ພັນ

(VOVWORLD) -ເດືອນ ມັງກອນທີ່ຜ່ານມາ, ຢູ່ນະຄອນ ຂອງ UAE, ບັນດາປະເທດ ອາຣັບບິ ຊາອູດິ, UAE, ບາເຣນ ແລະ ອີຢິບ ໄດ້ເຫັນດີເປັນເອກະພາບ ຟື້ນຟູການພົວພັນທາງການທູດ, ການຄ້າ ແລະ ການໄປມາ ກັບ Doha, ເຊິ່ງຖືກຢຸດຕິແຕ່ປີ 2017 ຍ້ອນຂໍ້ກ່າວຫາວ່າ ກາຕາ ອຸປະຖຳໃຫ້ແກ່ການກໍ່ການຮ້າຍ ສິ່ງທີ່ຍາມໃດ Doha ກໍ່ປະຕິເສດ.
ຄະ​ນະ​ປະ​ຕ​ິ​ບັດ​ງານ UAE, ກາ​ຕາ ພົບ​ປະ​ຄັ້ງ​ທຳ​ອິດ​ພາຍຫຼັງໄດ້ຟື້ນ​ຟູ​ການ​ພົວ​ພັນ - ảnh 1ການນຳບັນດາປະເທດ ສະພາການຮ່ວມມືເຂດອ່າວ (GCC) (ພາບ: AFP/TTXVN)

ສຳນັກຂ່າວສານແຫ່ງລັດ WAM ຂອງ ສະຫະລັດ ອາຣັບ ເອມີເລດ (UAE) ໄດ້ລົງຂ່າວ ຄະນະປະຕິບັດງານຂອງ UAE ແລະ ກາຕາ ໄດ້ພົບປະກັນຢູ່ ກູເວດໃນວັນທີ 22 ກຸມພາ. ນີ້ແມ່ນຄັ້ງທຳອິດທີ່ ວົງການເຈົ້າໜ້າທີ່ສອງປະເທດພົບປະກັນ ນັບແຕ່ເວລາ ຂໍ້ຕົກລົງ Al-Ula ກ່ຽວກັບການປອງດອງລະຫວ່າງ ສອງປະເທດ Arab ແລະ ກາຕາ ໄດ້ຮັບການລົງນາມໃນເດືອນກ່ອນ ເພື່ອໃນໃສ່ຢຸດຕິຮອຍແຕກແຫງໃນການພົວພັນເຊິ່ງແກ່ຍາວເປັນເວລາ 3 ປີຜ່ານມາ. WAM ຊີ້ແຈ້ງວ່າ “ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບກົນໄກ ແລະ ວິວັດການລວມ ເພື່ອແນໃສ່ປະຕິບັດຂໍ້ຕົກລົງ Al-Ula. ເຂົາເຈົ້າເນັ້ນໜັກເຖິງຄວາມສຳຄັນໃນການຮັກສາ ຈຸດຄ້າຍຄືກັນລະຫວ່າງບັນດາປະເທດເຂດອ່າວ ແລະ ປະຕິບັດການກະທຳລວມ ເພື່ອຜົນປະໂຫຍດຂອງບັນດາປະເທດສະມາຊິກ ສະພາການຮ່ວມມືເຂດອ່າວ (GCC) ແລະ ບັນດາພົນລະເມືອງຂອງເຂົາເຈົ້າ”.

ເດືອນ ມັງກອນທີ່ຜ່ານມາ, ຢູ່ນະຄອນ ຂອງ UAE, ບັນດາປະເທດ ອາຣັບບິ ຊາອູດິ, UAE, ບາເຣນ ແລະ ອີຢິບ ໄດ້ເຫັນດີເປັນເອກະພາບ ຟື້ນຟູການພົວພັນທາງການທູດ, ການຄ້າ ແລະ ການໄປມາ ກັບ Doha, ເຊິ່ງຖືກຢຸດຕິແຕ່ປີ 2017 ຍ້ອນຂໍ້ກ່າວຫາວ່າ ກາຕາ ອຸປະຖຳໃຫ້ແກ່ການກໍ່ການຮ້າຍ ສິ່ງທີ່ຍາມໃດ Doha ກໍ່ປະຕິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ